ການພົວພັນລະຫວ່າງEUແລະຫວຽດນາມພັດທະນາຢ່າງດີງາມ
ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ແລະ ທ່ານJose Manuel Barroso, ປະທານ EC
photo:TTXVN
|
(vovworld)- ປະທານຄະນະກຳມະການເອີລົບ(EC) Jose Manuel Barroso ຈະມາຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ ແຕ່ວັນທີ 25-26/8. ນີ້ແມ່ນການຢ້ຽມຢາມ ຫວຽດນາມ ຄັ້ງທີ 2 ຂອງທ່ານ Barroso ໃນຖານະປະທານ EC, ໃນສະພາບການສາຍພົວພັນລະຫວ່າງ ອີຢູ ແລະ ຫວຽດນາມ ພວມພັດທະນາຢ່າງດີງາມ ແລະ ອຸດົມສົມບູນ, ສ້າງກາລະໂອກາດຮ່ວມມືໃຫມ່ໃນຫລາຍຂົງເຂດ. ເມື່ອຕອບສຳພາດຕໍ່ນັກຂ່າວຂ່າວສານ ຫວຽດນາມ ປະຈຳ ແບນຊີກ, ທ່ານປະທານ Barroso ໃຫ້ຮູ້ວ່າ: ຈຸດປະສົງການຢ້ຽມຢາມຫວຽດນາມ ຄັ້ງນີ້ ແມ່ນເພື່ອປັບປຸງບັນດາໝາກຜົນທີ່ບັນລຸໄດ້, ສືບຕໍ່ການຮ່ວມມືໃນບັນດາຂົງເຂດ ກໍຄືບັນລຸຄວາມຄືບຫນ້າໃນການເຈລະຈາສັນຍາການຄ້າເສລີ (FTA) ຊື່ງເລີ່ມຕົ້ນແຕ່ປີ 2012. ປະຈຸບັນ ອີຢູ ແມ່ນຕະຫລາດສົ່ງອອກໃຫຍ່ກວ່າໝູ່ຂອງຫວຽດນາມ ແລະ ຢືນອັນດັບທີ 2 ກ່ຽວກັບຄູ່ຮ່ວມມືດ້ານການຄ້າສອງຝ່າຍ. ການແລກປ່ຽນດ້ານການຄ້າສອງຝ່າຍ ອີຢູ - ຫວຽດນາມ ເພີ່ມຂຶ້ນເກືອບ 20% ໃນແຕ່ລະປີ, ບັນລຸ 27 ຕື້ ເອີໂຣ ໃນປີ 2013. EC ແລະ ບັນດາປະເທດສະມາຊິກ ອີຢູ ກໍແມ່ນນັກຊ່ວຍເຫລືອລ້າໃຫຍ່ສຸດຂອງ ຫວຽດນາມ.
ກ່ຽວກັບດ້ານການເມືອງ, ທ່ານ Barroso ຕີລາຄາສູງບົດບາດຂອງຫວຽດນາມ ຄືດັ່ງປະເທດປະສານງານໃນການພົວພັນລະຫວ່າງ ອີຢູ ແລະ ອາຊຽນ. ຕາມທ່ານ Barroso ແລ້ວ, ນັບແຕ່ເມື່ອ ຫວຽດນາມ ເປີດປະຕູອອກສູ່ໂລກ ດ້ວຍນະໂຍບາຍ “ປ່ຽນໃຫມ່” ແລະ ນັບແຕ່ເມື່ອເຂົ້າເປັນສະມາຊິກ WTO, ປະເທດຊາດໄດ້ມີການພັດທະນາເສດຖະກິດດີພໍສົມຄວນ. ລະດັບຄອງຊີບຂອງປະຊາຊົນໄດ້ຮັບການປົວແປງດີຂຶ້ນ. ໄພເງິນເຟີ້ ແລະ ອັດຕາແລກປ່ຽນເງິນຕາຕ່າງປະເທດໄດ້ຮັບການຮັກສາເປັນປົກກະຕິ. ເຖິງຢ່າງໃດກໍຕາມ, ບັນດາຜົນງານທີ່ບັນລຸໄດ້ນັ້ນ ແມ່ນເປີດສິ່ງທ້າທາຍໃຫມ່ໃຫ້ແກ່ຫວຽດນາມ. ຫວຽດນາມ ຕ້ອງປະຕິບັດຄຳໝັ້ນສັນຍາຢ່າງໝັ້ນຄົງ ຕາມທິດຫັນປະເທດຊາດເປັນອຸດສາຫະກຳ ແລະ ທັນສະໄຫມ, ມຸ່ງໄປເຖິງພື້ນຖານເສດຖະກິດການຕະຫລາດ.
ກ່ຽວກັບບັນຫາທະເລຕາເວັນອອກ, ທ່ານ Barroso ຢືນຢັນ: ອີຢູ ຖືສັນຕິພາບ, ສະຖຽນລະພາບໃນພາກພື້ນເປັນສຳຄັນ. ອີຢູ ພວມສົ່ງເສີມທຸກຝ່າຍຕ້ອງຊອກຫາມາດຕະການສັນຕິ ຜ່ານການເຈລະຈາ ແລະ ຮ່ວມມື, ສອດຄອ່ງກັບກົດໝາຍສາກົນ ພິເສດ ແມ່ນສົນທິສັນຍາ ສປຊ ກ່ຽວກັບກົດໝາຍທະເລ ແລະ ສືບຕໍ່ຮັບປະກັນຄວາມປອດໄພ ແລະ ຄວາມເສລີໃນການເດີນທະເລ.