ການພົວພັນຮ່ວມມືຫວຽດນາມແລະທະນາຄານພັດທະນາອາຊີນັບມືນັບພັດທະນາມແທ້ຈິງ,ມີປະສິດທິຜົນ
(ພາບປະກອບ)
(vovworld) - ຕອນບ່າຍວັນທີ 22/6, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ຮ່ວາງຈຸງຫາຍ ຕ້ອນຮັບ ຜູ້ອຳນວຍການທະນາຄານພັດທະນາອາຊີ (ADB) ປະຈຳຫວຽດນາມ ທ່ານ Tomoyuki Kimura, ເຂົ້າຢ້ຽມອຳລາເນື່ອງໃນໂອກາດສິ້ນສຸດອາຍຸການປະຕິບັດງານຢູ່ຫວຽດນາມ. ທ່ານຮອງນາຍົກລັດຖະມົນຕີ ຮ່ວາງຈຸງຫາຍ ຢັ້ງຢືນວ່າ: ທ່ານ Tomoyuki Kimura ມີອາຍຸການສຳເລັດຜົນ ແລະ ມີບັນດາການປະກອບສ່ວນທີ່ດີເດັ່ນໃນການເພີ່ມທະວີ ແລະ ປັບປຸງການພົວພັນຮ່ວມມືລະຫວ່າງຫວຽດນາມ ແລະ ທະນາຄານພັດທະນາອາຊີ. ສະແດງຄວາມພາກພູມໃຈຕໍ່ການພົວພັນຮ່ວມມືຫວຽດນາມ ແລະ ທະນາຄານພັກທະນາອາຊີ ນັບມືນັບໄດ້ຮັບການພັດທະນາອັນດີງາມ, ແທດຈິງ ແລະ ມີປະສິດທິຜົນ, ທ່ານຮອງນາຍົກລັດຖະມົນຕີ ຕີລາຄາສູງທະນາຄານພັດທະນາອາຊີ ຍາມໃດກໍ່ຮ່ວມເດີນທາງພ້ອມກັບຫວຽດນາມ ໃນຕະຫຼອດ 20 ປີທີ່ຜ່ານມາ ນັບແຕ່ເລີ່ມຕົ້ນພາລະກິດປ່ຽນໃໝ່; ກໍ່ຄືຢັ້ງຢືນ ບົດບາດນັບມືນັບສຳຄັນຂອງທະນາຄານພັດທະນາອາຊີ ສຳລັບການພັດທະນາເສດຖະກິດ - ສັງຄົມຂອງຫວຽດນາມ, ພິເສດແມ່ນໃນການລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ, ການສະໜອງນ້ຳສະອາດ… ທ່ານຮອງນາຍົກລັດຖະມົນຕີ ຮ່ວາງຈຸງຫາຍ ອວຍພອນທ່ານ Tomoyuki Kimura ໃນຖານະຕຳແໜງປະຕິບັດງານໃໝ່ຈະສືບຕໍ່ປະກອບສ່ວນ ເພື່ອພັດທະນາການພົວພັນຫວຽດນາມ ແລະ ທະນາຄານພັດທະນາອາຊີກ່ວາອີກ.