ການຢ້ຽມຢາມທາງລັດຖະກິດຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ: ເປີດໜ້າປະຫວັດສາດໃໝ່ໃນການພົວພັນ 2 ຝ່າຍ ຫວຽດນາມ - ກຸຍບາ

(VOVWORLD) - ເລື່ອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຢ້ຽມຢາມ ກຸຍບາ ໂດຍໄວ ນັບແຕ່ເມື່ອຮັບດຳລົງຕຳແໜ່ງນັ້ນ ແມ່ນສິ່ງພິສູດໃຫ້ເຫັນສາຍພົວພັນມິດຕະພາບແບບພິເສດລະຫວ່າງ 2 ປະເທດ.
ການຢ້ຽມຢາມທາງລັດຖະກິດຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ: ເປີດໜ້າປະຫວັດສາດໃໝ່ໃນການພົວພັນ 2 ຝ່າຍ ຫວຽດນາມ - ກຸຍບາ - ảnh 1ບົດຂຽນໄດ້ເອົາລົງໃນໜັງສືພິມເອເລັກໂຕນິກ CubaDebate
(ພາບ: ໜ້າເວັບ CubaDebate)

        ສື່ມວນຊົນ ກຸຍບາ ໃຫ້ຂໍ້ສັງເກດວ່າ, ການຢ້ຽມຢາມທາງລັດຖະກິດຢູ່ ກຸຍບາ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ (ແຕ່ວັນທີ 25 – 27 ກັນຍາ) ຈະສ້າງກຳລັງໜູນໃໝ່ໃຫ້ແກ່ນ້ຳໃຈຖານອ້າຍນ້ອງລະຫວ່າງ 2 ຊາດ. ໃນບົດຂຽນໄດ້ເອົາລົງໃນໜັງສືພິມເອເລັກໂຕນິກ CubaDebate, ທ່ານສາດສະດາຈານ Ruvislei González Sáez, ຮອງປະທານສະມາຄົມມິດຕະພາບ ກຸຍບາ - ຫວຽດນາມ, ແບ່ງປັນວ່າ, ເລື່ອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຢ້ຽມຢາມ ກຸຍບາ ໂດຍໄວ ນັບແຕ່ເມື່ອຮັບດຳລົງຕຳແໜ່ງນັ້ນ ແມ່ນສິ່ງພິສູດໃຫ້ເຫັນສາຍພົວພັນມິດຕະພາບແບບພິເສດລະຫວ່າງ 2 ປະເທດ. ນັກຄົ້ນຄວ້ານະໂຍບາຍສາກົນທ່ານນີ້ໃຫ້ຂໍ້ສັງເກດວ່າ, ກຸຍບາ ຍາມໃດກໍ່ມີທີ່ຕັ້ງພິເສດໃນນະໂຍບາຍການຕ່າງປະເທດ ແລະ ການທູດຂອງ ຫວຽດນາມ, ໂດຍບໍ່ຄິດໄລເຖິງດ້ານພູມຊາດ. ການຢ້ຽມຢາມຂອງ ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແມ່ນແຫຼ່ງລະດົມກຳລັງໃຈຢ່າງໃຫຍ່ຫຼວງສຳລັບ ກຸຍບາ, ຊີ້ໃຫ້ເຫັນວ່າ ຫວຽດນາມ ຖືສາຍພົວພັນກັບ ກຸຍບາ ເປັນສຳຄັນພິເສດ. ຜູ້ຂຽນທ່ານນີ້ເຊື່ອໝັ້ນວ່າ, ແນ່ນອນວ່າ, ການຢ້ຽມຢາມຄັ້ງນີ້ຈະປະກອບສ່ວນປັບປຸງການພົວພັນຍາວນານໃນທຸກຂົງເຂດ.

ຕອບກັບ

ຂ່າວ/ບົດ​ອື່ນ