ການຢ້ຽມຢາມທີ່ເພີ່ມພູນຄູນສ້າງຄວາມສາມັກຄີລະຫວ່າງ ຫວຽດນາມ - ລາວ

ການຢ້ຽມຢາມທີ່ເພີ່ມພູນຄູນສ້າງຄວາມສາມັກຄີລະຫວ່າງ ຫວຽດນາມ - ລາວ - ảnh 1
ປະຊາຊົນແຂວງຈຳປະສັກຕ້ອນຮັບທ່ານປະທານປະເທດ ເຈືອງເຕີນຊາງຢູ່ສະໜາມບິນ
(ພາບ:truongtansang.net)

(vovworld) - ດັ່ງ​ທີ່​ພວກ​ເຮົາ​ໄດ້​ໃຫ້​ຂ່າວໄປ​ແລ້ວ, ວັນ​ທີ 11/2, ທ່ານ​ປະທານ​ປະ​ເທດ​ຫວຽ​ດນາມ ​ເຈືອງ​ເຕີນ​ຊາງ ​ແລະ ພັນ​ລະ​ຍາ ພ້ອມ​ດ້ວຍ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດນາມ ​ໄດ້​​ກັບ​ເມືອ​ຮອດ​ນະຄອນຫຼວງ ຮ່າ​ໂນ້ຍ, ສິ້ນ​ສຸດ​ການ​ຢ້ຽມຢາມ​ລາວເປັນ​ເວລາ 3 ວັນຕາມ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ລາວ ຈຸມມາລີ ​ໄຊ​ຍະ​ສອນ ຢ່າງ​ຈົບ​ງາມ. ການ​ຢ້ຽມຢາມ​ຄັ້ງ​ນີ້​ຂອງ​ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​​ເພື່ອ​ແນ​ໃສ່​ປະກອບສ່ວນ​ເພີ່ມ​ທະວີ​ສາຍ​ພົວພັນ​ມິດຕະພາບ​ທີ່ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ຫວຽດນາມ - ລາວ ກ່ວາ​ອີກ ​ແລະ ​ກໍ່​ເປັນ​ການ​ເປີດສາກ​ໃຫ້​ແກ່​ ”ປີ​ແຫ່ງ​ຄວາມ​ສາມັກຄີ​, ມິດຕະພາບ ຫວຽດນາມ - ລາວ 2012”.

        ພ້ອມ​ກັບ​ການ​ປະກາດ​ເປີດ​ສາກ “ປີ​ແຫ່ງ​ຄວາມ​ສາມັກຄີ​ມິດຕະພາບ​ຫວຽດນາມ - ລາວ 2012” ຢ່າງ​ເປັນ​ທາງ​ການ, ຜ່ານ​ການ​ໂອ້​ລົມ​ສົນທະນາຄັ້ງ​ຕ່າງໆ ​ແລະ ພົບ​ປະກັບ​ການ​ນຳ​ຂອງ​ລາວ, 2 ຝ່າຍ​ລ້ວນ​ແຕ່​ຢືນຢັນ​ວ່າ, ສາຍ​ພົວພັນ​ອັນ​ດີງາມ​ນີ້​ໃນ​ໄລຍະ​ຜ່ານ​ມາ​ໄດ້​ຮັບ​ການ​ປັບປຸງ ​ແລະ ​ເພີ່ມ​ທະວີ​ໃນ​ທຸກຂົງ​ເຂດ​ຢ່າງ​ບໍ່​ຢຸດ​ຢັ້ງ. ພິ​ເສດ, ການ​ພົວພັນ​ທາງ​ດ້ານ​ການ​ເມືອງ​ອັນ​ດີງາມ​​ນັ້ນໄດ້ສ້າງ​ປະຖົມ​ປັດ​ໃຈ​ເພື່ອ​ໃຫ້ 2 ຝ່າຍ​ສືບ​ຕໍ່​ຊຸກຍູ້​ການ​ຮ່ວມ​ມື​​ໃນ​ຂົງ​ເຂດ​​ເສດຖະກິດ.

        ​ໃນ​ການ​ເຄື່ອນ​ໄຫວ​ຕ່າງໆ ຢູ່ ສປປ ລາວ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ, ທ່ານ​ຮອງ​ນາ​ຍົກ​ລັດຖະມົນຕີ ຫງວຽນ​ຊວນ​ຟູກ ​ແລະ ຮອງນາຍົກລັດຖະມົນຕີ ລາວ 2 ທ່ານ ​ໄດ້​ເຂົ້າ​ຮ່ວມ​ການ​ພົບ​ປະ​ສົນທະນາກ່ຽວ​ກັບ​ການສົ່ງ​ເສີມ​ການ​ລົງທຶນ​ຂອງ​ບັນດາ​ວິ​ສາ​ຫະກິດ​ຫວຽດນາມ ​ເຂົ້າ​ບັນດາ​ແຂວງ​ພາກ​ກາງ ​ແລະ ພາກ​ໃຕ້​ຂອງ ລາວ. ທ່ານ​ຮອງ​ນາຍົກລັດຖະມົນຕີ ລາວ ສົມ​ສະຫວາດ ​ເລັ່ງສະຫວັດ ກໍ່​ສະ​ແດງ​​ໃຫ້​ເຫັນວ່າ: ລັດຖະບານ​ລາວ ມີ​ຄວາມ​ເຊື່ອ​ໝັ້ນທີ່​ສຸດ​​ເຂົ້າ​ໃນ​ການ​ຮ່ວມ​ມື​ຢ່າງ​ດີງາມ​ຂອງ​ບັນດາ​ວິ​ສາ​ຫະກິດ ຫວຽດນາມ, ພ້ອມ​ແລ້ວ​ທີ່​ສ້າງ​ທຸກ​ເງື່ອນ​ໄຂ, ​ພ້ອມ​ກັນ​ແກ້​ໄຂ​ຄວາມ​ຫຍູ້​ງຍາກ ​ເພື່ອ​​​ສ້າງ​ຄວາມ​ເຊື່ອ​ໝັ້ນໃຫ້​ບັນດາ​ວິ​ສາ​ຫະກິດ​ຫວຽດນາມ​​ລົງທຶນ​ເຂົ້າ​ລາວ.

        ຈຸດ​ພົ້ນ​​ເດັ່ນ​ຂອງ​ການ​ຢ້ຽມຢາມ​ລາວຂອງ​ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​​ແມ່ນ​ບັນລຸ​​ໄດ້ຂໍ້​ຕົກລົງ​​ໃນການເຄື່ອນ​ໄຫວຫຼາຍ​ຢ່າງ ​ແລະ ໂຄງການ​ຮ່ວມ​ມື​ທີ່​ແທດ​ຈິງຕ່າງໆ, ​ໃນ​ນັ້ນ​: ກະຊວງ​ສື​ກສາ​ບຳລຸງ​ສ້າງ ຫວຽດນາມ ​ແລະ ກະຊວງ​ສືກສາ​ທິການ ລາວ ​ໄດ້​ເຊັນ​ອະນຸ​ສັນຍາ ​ແລະ ​ແຜນການ​ປີ 2012 ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານສືກສາ, ມີ​ຫຼາຍ​ອົງການ, ວິ​ສາ​ຫະກິດ​ຫວຽດນາມ​​ໄດ້ປະກາດ, ​ເປີດ​ສະຫຼອງ ​ຫຼື ​ເລີ່​ມລົງມື​ກໍ່ສ້າງ​ບັນດາ​ກິດຈະກຳຕ່າງໆ…​. ຕີ​ລາຄາ​ກ່ຽວ​ກັບ​ໝາກຜົນ​​ແຫ່ງການ​ຢ້ຽມຢາມ​ຄັ້ງ​ນີ້, ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ຟ້າ​ມກວາງ​ວີ​ງ ​ເວົ້າ​ວ່າ:

“ຜ່ານ​ການ​ພົບ​ປະ​ແລກປ່ຽນ​ຄັ້ງ​ນີ້, 2 ຝ່າຍ​ໄດ້​ມີ​ຄວາມເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ,  ​ແລະ ມີຄວາມ​ຕັດສິນ​ໃຈ​ມານະ​ພະຍາຍາມ​ເພີ່ມ​ພຸມ​ຄຸນ​ສ້າງ​ຄວາມ​ສາມັກຄີ​​ແບບ​ພິ​ເສດ, ນ້ຳ​ໃຈ​ມິດຕະພາບ​ອັນ​ເປັນ​ມູນ​ເຊື້ອ ​ແລະ ການ​ຮ່ວມ​ມື​ຮອບດ້ານ. ​ຜ່ານການ​​ເຄື່ອນ​ໄຫວຢ້ຽມຢາມ​ຄັ້ງ​ນີ້ ພວກ​ເຮົາ​ສາມາດ​ເຫັນ​ໄດ້​ວ່າບໍ່​ພຽງ​ແຕ່ການນຳ​ຂັ້ນ​ສູນ​ກາງ​ເທົ່າ​ນັ້ນ, ຫາກ​ບັນດາຜູ້ນຳ​ກະຊວງ, ຂະ​ແໜງ​ການ, ບັນດາ​ທ້ອງ​ຖີ່​ນ ​ແລະ ປະຊາຊົນ​ທຸກ​ຊັ້ນ​ວັນນະລ້ວນ​ແຕ່​ສະ​ແດງ​ອາລົມ​ຈິດສະໜິດ​ຕິດ​ພັນ​ຕໍ່​ຫວຽດນາມ, ​ແລະ ຖື​ນີ້​ແມ່ນ​ຊັບ​ສົມບັດ​ອັນ​ລ້ຳ​ຄ່າ​ເຊິ່ງ 2 ຝ່າຍ​ຄວນປົກ​ປັກ​ຮັກສາ ​ແລະ ​ເພີ່ມ​ພູນຄູນ​ສ້າງ​ໃຫ້​ລຸ້ນຄົນ​ຕໍ່​ໆໄປ”

ຂ່າວ/ບົດ​ອື່ນ