ການຢ້ຽມຢາມບາງຮາກຖານສາທາ ລະນະສຸກເນື່ອງໃນໂອກາດ ວັນແພດໝໍຫວຽດນາມ (27/2)

ການຢ້ຽມຢາມບາງຮາກຖານສາທາ ລະນະສຸກເນື່ອງໃນໂອກາດ ວັນແພດໝໍຫວຽດນາມ (27/2) - ảnh 1
ທ່ານຮອງນາຍົກລັດຖະມົນຕີ ຫງວຽນທ້ຽນເຍີນ ຢ້ຽມຢາມໂຮງໝໍ 19/8
(ພາບ: nguyenthiennhan.net)

​(vovworld) – ເນື່ອງ​​ໃນ​ໂອກາດວັນ​ແພດ​ໝໍ​ຫວຽດນາມ (27/2), ຕອນ​ບ່າຍ​ວັນ​ທີ 26/2, ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ທ້ຽນ​ເຍີນ ​ໄດ້​ລົງ​ຢ້ຽມຢາມ, ອວຍ​ພອນ​ໝູ່​ຄະນະ​ບັນດາ​ສາດສະດາຈານ, ທ່ານໝໍ, ພະນັກງານ, ລັດຖະກອນ​ຂະ​ແໜງ​ການແພດ​ຢູ່ ​ໂຮງໝໍ 19/8 ​ແລະ ​ໂຮງໝໍ​ການແພດ​ພື້ນ​ເມືອງ ສັງ​ກັດ​ກະຊວງ​ຕຳຫຼວດ​ຫວຽດນາມ. ທ່ານ​ຮອງ​ນາຍ​ົກລັດຖະມົນຕີ ສະ​ເໜີ​ວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ, ກະຊວງ​ສາທາລະນະ​ສຸກ​ຄວນ​ສົມທົບ​ກັບ​ກະຊວງ​ຕຳຫຼວດ ຫັນ​ໂຄງການ​ແຜນ​ກຳນົ​​​ດຊັບ​ພະຍາກອນ​ມະນຸດ​ຂະ​ແໜງ​​ການແພດ​ເປັນລະອຽດ, ສຳ​ຫຼວດ​ກວດກາ​ແຜນ​ກຳນົດ​ເຄືອ​ຂ່າຍ​ກວດກາ, ປິ່ນປົວພະຍາດ​ຂອງ​ຂະ​ແໜງ​ຕຳຫຼວດ ​ແລະ ປ້ອງ​ກັນ​ປະ​ເທດ. ສະ​ເພາະ​​ຂົງ​ເຂດ​ການແພ​ດພື້ນ​ເມືອງ, ກະຊວງ​ສາທາລະນະ​ສຸກ​ຄວນ​ກວດກາ​ຄືນ​ແຜນ​ຮ່າງ​ພັດທະນາການ​ແພດ​ພື້ນ​ເມືອງ ​ແລະ ອາດ​ຈະ​ກໍ່ສ້າງ​ແຜນ​ຮ່າງ​ລະດັບ​ຊາດ​ກ່ຽວ​ກັບ​ຂົງ​ເຂດ​ນີ້, ພ້ອມ​ກັນ​ນັ້ນ​ຄວນ​ມີ​ແຜນ​ຮ່າງ​ຄົ້ນ​ຄ້ວາ​ກ່ຽວ​ກັບ​ຄຸນ​ປະ​ໂຫຍ​ດຂອງ​ການແພດ​ພື້ນ​ເມືອງ​ທີ່​ມີ​ຕໍ່​ພະຍາດ​ມະ​ເຮັງ.

ຂ່າວ/ບົດ​ອື່ນ