|
(vovworld) - ໃນຊຸມມື້ຜ່ານມາບົດ ແລະ ພາບບັນດາໜັງສືພິມໃຫຍ່ ຂອງລາວໄດ້ລົງພິມຂ່າວໃນໜ້າທຳອິດກ່ຽວກັບບັນດາການເຄື່ອນໄຫວຢ້ຽມຢາມສັນທະວະໄມຕີ ສປປ ລາວຂອງທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ໃນວັນທີ 26 – 27/9, ຊຶ່ງໄດ້ຢັ້ງຢືນການຢ້ຽມຢາມຈະປະກອບສ່ວນເພີ່ມທະວີ ແລະ ຮັດແໜ້ນການພົວພັນມິດຕະພາບ, ການຮ່ວມມືຮອບດ້ານ ແລະ ຄວາມສາມັກຄີແບບພິເສດ ລາວ - ຫວຽດນາມ. ໃບຂ່າວຂອງ KPL News, ໜັງສືພິມປາຊາຊົນ, ລາວ ພັດທະນາ, ວຽງຈັນໃໝ່ ໄດ້ຊີ້ແຈ້ງໃນການເຈລະຈາທ່ີນະຄອນຫຼວງ ວຽງຈັນ, ທ່ານນາງປະທານສະພາແຫ່ງຊາດລາວ ປານີ ຢາທໍຕູ້ ແລະ ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ເຫັນດີເປັນເອກະສັນຖືວ່າ: ການພົວພັນລະຫວ່າງ ຫວຽດນາມ ແລະ ລາວ ໃນຊຸມປີຜ່ານມາຍັງຄົງໄດ້ສືບຕໍ່ເພີ່ມທະວີຢ່າງແຮງ ແລະ ມີປະສິດທິຜົນໃນຫຼາຍຂົງເຂດ.
ນອກຈາກນັ້ນ, ບັນດາໜັງສືພິມຂອງລາວ ກໍ່ໄດ້ລົງຂ່າວກ່ຽວກັບໝາກຜົນຂອງການໂອ້ລົມສົນທະນາກ່ຽວກັບການຄຸ້ມຄອງໜີ້ສາທາລະນະລະຫວ່າງສະພາແຫ່ງຊາດ ຫວຽດນາມ - ລາວ, ເນັ້ນໜັກໜີ້ສາທາລະນະແມ່ນບັນຫາໃຫຍ່ສຳລັບຫຼາຍປະເທດໃນໂລກ, ນັບທັງບັນດາປະເທດພັດທະນາ ແລະ ບັນດາປະເທດພວມພັດທະນາ, ໃນນັ້ນມີ ຫວຽດນາມ ແລະ ລາວ. ເລື່ອງສະພາແຫ່ງຊາດ 2 ປະເທດໄດ້ແລກປ່ຽນບົດຮຽນກ່ຽວກັບບັນຫານີ້ສະແດງໃຫ້ເຫັນຄວາມຮັບຜິດຊອບຂອງ 2 ອົງການນິຕິບັນຍັດສຳລັບບັນຫາສຳຄັນຂອງປະເທດຊາດໃນການຄຸ້ມຄອງເສດຖະກິດ, ຮັບປະກັນໃຫ້ແກ່ການພັດທະນາເສດຖະກິດ - ສັງຄົມ ຢູ່ແຕ່ລະປະເທດ ແລະ ແມ່ນການສະແດງໃຫ້ເຫັນຢ່າງມີຊີວິດຊີວາຂອງການພົວພັນຮ່ວມມືນັບມື້ນັບແໜ້ນແຟ້ນ, ມີປະສິດທິຜົນລະຫວ່າງສະພາແຫ່ງຊາດ ແລະ ລັດຖະບານ 2 ປະເທດ ຫວຽດນາມ ແລະ ລາວ.