(vovworld) – ການຢ້ຽມຢາມຫວຽດນາມຂອງປະທານາທິບໍດີລັດເຊຍຈະຊຸກຍູ້ການພົວພັນ 2 ປະເທດຂຶ້ນສູ່ລະດັບສູງໃໝ່ - ນັ້ນແມ່ນການຢັ້ງຢືນຂອງທ່ານປະທານປະເທດ ເຈືອງເຕີນຊາງ ເມື່ອຕອບສຳພາດຕໍ່ສຳນັກຂ່າວສານ Itar – Tass ແລະ ໜັງສຶພິມ Kommersant (ນັກທຸລະກິດ) ຂອງສະຫະພັນ ລັດເຊຍ ກ່ຽວກັບການພົວພັນ ຫວຽດນາມ - ລັດເຊຍ ກ່ອນການຢ້ຽມຢາມທາງລັດຖະກິດເຖິງ ຫວຽດນາມຂອງປະທານາທິບໍດີ ລັດເຊຍ Vladimir Putin ໃນວັນທີ 12/11/2013.
ທ່ານປະທານປະເທດ ເຈືອງເຕີນຊາງ ເນັ້ນໜັກວ່າ: ດ້ວຍຈຸດໝາຍພັດທະນາການຮ່ວມມືໃນທຸກໆຂົງເຂດຄື: ການເມືອງ, ເສດຖະກິດ - ການຄ້າ, ວິທະຍາສາດ - ເຕັກນິກ, ປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ວັດທະນະທຳ, ການສຶກສາ ແລະ ຫຼາຍຂົງເຂດອື່ນ ຕອບສະໜອງຜົນປະໂຫຍດແທດຈິງຂອງປະຊາຊົນ 2 ປະເທດ, ຫວຽດນາມ ແລະ ສະຫະພັນ ລັດເຊຍ ກາຍເປັນຄູ່ຮ່ວມມືຍຸດທະສາດຂອງກັນແຕ່ປີ 2001 ຢ່າງເປັນທາງການ ແລະ ເປັນຄູ່ຮ່ວມມືຍຸດທະສາດຮອບດ້ານປີ 2012.
ທ່ານປະທານປະເທດໃຫ້ຮູ້ວ່າ: ການຮ່ວມມືດ້ານເສດຖະກິດລະຫວ່າງ 2 ປະເທດໃນໄລຍະຈະມາເຖິງບັນລຸໄດ້ບັນດາໝາກຜົນຕັ້ງໜ້າ. ວົງເງິນການຄ້າ 2 ສົ້ນເພີ່ມຂຶ້ນຢ່າງຕໍ່ເນື່ອງໃນຊຸມປີມໍ່ໆມານີ້. ປີ 2012, ບັນລຸ 2,45 ຕື້ USD ແລະ 9 ເດືອນຕົ້ນປີ 2013 ບັນລຸ 2,4 ຕື້ USD.
ທ່ານປະທານປະເທດ ເຈືອງເຕີນຊາງ ຊີ້ແຈ້ງວ່າ: ລັດຖະບານ ແລະ ປະຊາຊົນ ຫວຽດນາມ ຖືການຢ້ຽມຢາມຂອງປະທານາທິບໍດີ Putin ແມ່ນເຫດການມີຄວາມໝາຍສຳຄັນພິເສດໃນການພົວພັນ ຫວຽດນາມ - ສະຫະພັນ ລັດເຊຍ. ໃນຂອບເຂດການຢ້ຽມຢາມ, ການນຳ 2 ປະເທດຈະຕີລາຄາໝາກຜົນການຮ່ວມມືໃນທຸກຂົງເຂດ, ພິເສດແມ່ນການຜັນຂະຫຍາຍບັນດາໂຄງການຍຸດທະສາດປະຈຸບັນໃນຂົງເຂດການລົງທຶນນ້ຳມັນອາຍແກດ, ໄຟຟ້ານິວເຄຼຍ: ວາງອອກບັນດາທິດທາງໃຫຍ່ເພື່ອພັດທະນາການຮ່ວມມືຮອບດ້ານຢ່າງເລິກເຊິ່ງ ແລະ ແທດຈິງກ່ວາອີກໃນປີວັນຈະມາເຖິງ.
ທ່ານປະທານາທິບໍດີສະຫະພັນລັດເຊຍ Vladimir Putin
(ພາບ: AP)
“ ລັດເຊຍ - ຫວຽດນາມ: ພ້ອມກັນມຸ່ງໄປສູ່ການຮ່ວມມືໃໝ່” ດ້ວຍຫົວຂໍ້ດັ່ງກ່າວ, ທ່ານປະທານາທິບໍດີສະຫະພັນລັດເຊຍ Vladimir Putin ມີບົດຂຽນກ່ຽວກັບການພັດທະນາການພົວພັນ ລັດເຊຍ - ຫວຽດນາມ ກ່ອນການຢ້ຽມຢາມຂັ້ນລັດຖະກິດຂອງທ່ານເຖິງ ຫວຽດນາມ ໃນວັນທີ 12/11/2013 ຕາມການເຊື້ອເຊີນຂອງທ່ານປະທານປະເທດ ຫວຽດນາມ ເຈືອງເຕີ໋ນຊາງ. ບົດຂຽນເນັ້ນໜັກວ່ານ້ຳໃຈມິດຕະພາບລະຫວ່າງ ລັດເຊຍ ແລະ ຫວຽດນາມ ໄດ້ຜ່ານຜ່າການທ້າທາຍຢ່າງໝັ້ນຄົງ. ນັ້ນແມ່ນສາຍພົວພັນທີ່ເຄົາລົບນັບຖືຊຶ່ງກັນແລະກັນ, ດ້ວຍມູນເຊື້ອໄວ້ເນື້ອເຊື່ອໃຈ ແລະ ຊ່ວຍເຫຼືອຊຶ່ງກັນແລະກັນ. ນັ້ນແມ່ນການຮັບປະກັນລັກສະນະສືບທອດ ແລະ ຄວາມໝັ້ນຄົງໃຫ້ສາຍພົວພັນມຸ່ງໄປສູ່ອະນາຄົດ. ລັດເຊຍ ຖືເປັນສຳຄັນການຮ່ວມມືກັບບັນດາປະເທດໃນພາກພື້ນ ອາຊີ - ປາຊີຟິກ, ຊື່ງ ແມ່ນພາກພື້ນທີ່ຫວຽດນາມ ກຳລັງພົ້ນເດັ່ນຂຶ້ນເປັນໜຶ່ງໃນບັນດາສູນກາງນຳໜ້າກ່ຽວກັບການເຕີບໂຕ, ມີຄວາມໝາຍສຳຄັນພິເສດ. ບົດຂຽນໃຫ້ຮູ້ວ່າໃນປີ 2012, ວົງເງິນການແລກປ່ຽນສິນຄ້າສອງຝ່າຍໄດ້ເພີ່ມ 20% ແລະ ບັນລຸ 3,66 ຕື້ USD. ແຜນການລວມແມ່ນຈະເພິ່ມຂຶ້ນເປັນ 7 ຕື້ USD ໃນປີ 2015. ແລະເຖິງປີ 2020 ຈະແມ່ນ 10 ຕື້ USD.
ໃນຕອນທ້າຍບົດຂຽນ, ທ່ານປະທານາທິບໍດີ Vladimir Putin ສະແດງຄວາມໄວ້ເນຶ້ອເຊື່ອໃຈວ່າ ບັນດາການພົບປະເຈລະຈາຂັ້ນສູງສຸດຈະໄດ້ດຳເນີນຢູ່ ຮ່າໂນ້ຍ ຈະບັນລຸໄດ້ຜົນງານອັນດີງາມເໝືອນກັບມູນເຊື້ອທີ່ເຄິຍມີມາແລ້ວ, ແລະ ຈະສ້າງເປັນກຳລັງໜູນໃໝ່ທີ່ເຂັ້ມແຂງໃຫ້ແກ່ການພົວພັນຮ່ວມມືຍຸດທະສາດລະຫວ່າງສອງລັດ ແລະ ສອງຊາດ.