ການຢ້ຽມຢາມຫວຽດນາມຂອງປະທານາທິບໍດີອາເມລິກາສືບຕໍ່ດຶງດູດຄວາມສົນໃຈຂອງສື່ສານສາກົນ

ການຢ້ຽມຢາມຫວຽດນາມຂອງປະທານາທິບໍດີອາເມລິກາສືບຕໍ່ດຶງດູດຄວາມສົນໃຈຂອງສື່ສານສາກົນ - ảnh 1

(ພາບ: channelnewsasia)

(vovworld) - ​ການ​ຢ້ຽມ​ຢາມ​ປະ​ຫວັດ​ສາດ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ Barack Obama ເຖິງ​ຫວຽດ​ນາມ ສືບ​ຕໍ່​ດຶງ​ດູດ​ຄວາມ​ສົນ​ໃຈ​ຈາກ​ບັນ​ດາ​ພາ​ຫະ​ນະ​ສື່ມວນ​ຊົນ​ໃນ​ພາກ​ພື້ນ ແລະ ສາ​ກົນ. ໜັງ​ສື​ພິມ​ໃ​ຫ​ຍ່ ແລະ ມີ​ອິດ​ທິ​​ພົນ​ຊື່​ສຽງ​ທັງ​ໝົດ​ຂອງ​ສິງ​ກະ​ໂ​ປ ສະ​ບັບ​ອອກວັນ​ທີ 24/05, ໄດ້​ໃຫ້​ຂ່າວ​ກ່ຽວ​ກັບ​ເຫດ​ການ​ດັ່ງ​ກ່າວ. ເລື່ອງ​ອາ​ເມ​ລິ​ກາ ຍົກ​ເລີກ​ຄຳ​ສັ່ງ​ຂວ້ຳ​ບາດ​ອາ​ວຸດ​ລ້າງ​ຜານ​ຢ່າງ​ສົມ​ບູນ ສຳ​ລັບ​ຫວຽດ​ນາມ ແມ່ນ​ເນື້ອ​ໃນ​​ໄດ້​ຮັບ​ຄວາມ​ສົນ​ໃຈ​ເປັນ​ພິ​ເສດ​ໃນ​​ຂະ​ນະ​ໜັງ​ສື​ພິມ​ຄື: “Strait Times”, “Lianhe Zaobao” ແລະ “Today” ລ້ວນ​ແຕ່ໃຫ້​ຂ່າວ​ກ່ຽວ​ກັບ​ເຫດ​ການນີ້​ໃນ​ໜ້າ​ຫຼັກ. ໜັງ​ສື​ພິມ “Strait Times” ໄດ້​​ໃຫ້​ຂ່າວ​ບັນ​ດາ​ຖະ​ແຫຼງ​ການ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບ​ໍ​ດີ Obama ແລະ ທ່ານ​ປະ​ທາ​ນ​ປະ​ເທດ ເຈີນ​ດ້າຍກວາງ ກ່ຽວ​ກັບ​ເຫດ​ການ​ນີ້, ພ້ອມ​ທັງ​ເນັ້ນ​ໜັກ​ວ່າ, ການ​ຢ້ຽມ​ຢາມ​ຫວຽດ​ນາມ ຄັ້ງ​ນີ້​ຂອງ​ທ່ານ Obama ແມ່ນ​ເພື່ອ​ແນ​ໃສ່​ເພີ່ມ​ທະ​ວີ​ການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທ​ດກວ່າ​ອີກ, ໃນ​ນັ້ນ​ມີ​ຂົງ​ເຂດ​ປ້ອງ​ກັນ​ຊາດ. ໃນ​ຂະ​ນະ​ນັ້ນ, ໜັງ​ສື​ພິມ “Lianhe Zaobao” ຖື​ວ່າ, ການ​ຢ້ຽມ​ຢາມ​ຄັ້ງ​ນີ້​​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ ​ເພື່ອ​ແນ​ໃສ​່​ເພີ່ມ​ທະ​ວີ​ການ​ພົວ​ພັນ 2  ຝ່າຍ​ໃນຂົງ​ເຂດ​ເສດ​ຖະ​ກິດ, ການ​ປ້ອງ​ກັນ​ຊາດ, ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ສົງ​ຄາມ. ນອກນັ້ນ, ຊ່ອງ​ໂທ​ລະ​ພາບ Channel New Asia ຂອງ​ສິງ​ກະ​ໂປ ກໍ​ໄດ້​​ໃຫ້​ຂ່າວ​ ແລະ ອັບ​ເດັດ​ບັນ​ດາ​ເນື້ອ​ໃນ​ການ​ຢ້ຽມ​ຢາມ​ຂອງ​ທ່ານ Obama ເຖິງ​ຫວຽດ​ນາມ ເປັນ​ປະ​ຈຳ.

        ຕາມ​ນັກ​ຂ​່າວ​ສຳ​ນັກ​ຂ່າວ​ສານ​ຫວຽດ​ນາມ ປະ​ຈຳ​ເຢຍ​ລະ​ມັນ ແລ້ວ, ການ​ຢ້ຽມ​ຢາມ​ຫວຽດ​ນາມ ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Obama ສືບ​ຕໍ່​ແມ່ນ​ຫົວ​ຂ​ໍ້​ທີ່​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​​ຈາກ​ສື່ມວນ​ຊົນປະ​ເທດເຢຍ​ລະ​ມັນ ດ້ວຍ​ບ​ັນ​ດາ​ຂ​່າວ ແລະ ບົດ​ຂຽນ​ທີ່​ກ່ຽວ​ຂອງ. ວັນ​ທີ 23/05, ໜັງ​ສື​ພິມ “Suddeutsche Zeitung”, ​ໄດ້​ໃຫ້​ຂ່າວ​ກ່ຽວ​ກັບ​ການ​ຍົກ​ເລີກ​ຄຳ​ສັ່ງ​ຂວ້ຳ​ບາດອ​າ​ວຸດ​​ລ້​າງ​ຜານ​ສຳ​ລັບ​ຫວຽດ​ນາມ. ສ່ວນ​ໜັງ​ສື​ພິມ “Handelsblatt” ໃຫ້​ຂ້​ໍ​ສັງ​ເກດ​ວ່າ, ​​ໃນການ​ຢ້ຽມ​ຢາມ​ຄັ້ງ​ນີ້ ທ່ານ Obama ຢາກ​ສົ່ງ​​ສານ​ກ່ຽວ​ກັບ​​ການ​ເປີດ​ສາກ​ໃຫ້​ແກ່​ການ​ພົວ​ພັນ​ລະ​ຫວ່າງ 2 ຝ່າຍ. ບົດ​ຂຽນໄດ້​ຄັດ​ຄຳ​ເວົ້າ​ຂອງ​ທ່ານ Obama ຕີ​ລາ​ຄາ​ວ່າ ຫວຽດ​ນາມ ແມ່ນ​ປະ​ເທດ​ສຳ​ຄັນຢູ່​ພາກ​ພື້ນ​ສຳ​ຄັນ​ທີ່​ສຸດ​ຂອງ​ໂລກ. ​

ຂ່າວ/ບົດ​ອື່ນ