(ພາບ:cafef.vn)
(vovworld)- ຕອນເຊົ້າວັນທີ 9/7, ໄດ້ໄຂກອງປະຊຸມເທື່ອທີ 7 ສະພາ ປຊຊ ນະຄອນດ່ານັງ ຊຸດທີ 8 ເພື່ອຕີລາຄາໜ້າທີ່ໃນ 6 ເດືອນຕົ້ນປີ ແລະ ປຶກສາຫາລືໜ້າທີ່ໃນ 6 ເດືອນທ້າຍປີ 2013. ກອງປະຊຸມຄັ້ງນີ້ກໍ່ດຳເນີນການລົງຄະແນນສຽງໄວ້ວາງໃຈສຳລັບບັນດາຜູ້ດຳລົງຕຳແໜ່ງໂດຍສະພາ ປຊຊ ນະຄອນເລືອກຕັ້ງ. ກ່າວຄຳເຫັນນະທີ່ນີ້, ທ່ານຮອງປະທານສະພາແຫ່ງຊາດຮິງຫງອກເຊີນ ຊີ້ແຈ້ງວ່າ: ການລົງຄະແນນສຽງໄວ້ວາງໃຈສຳລັບບັນດາຜູ້ດຳລົງຕຳແໜ່ງໂດຍສະພາ ປຊຊ ນະຄອນເລືອກຕັ້ງ ແມ່ນໜຶ່ງໃນບັນດານການເຄື່ອນໄຫວສຳຄັນຂອງສະໄໝປະຊຸມຄັ້ງນີ້. ທ່ານສະເໜີວ່າ: ການລົງຄະແນນສຽງໄວ້ວາງໃຈຕ້ອງຮັບປະກັນຖືກຕ້ອງຕາມການແນະນຳກ່ຽວກັບຂັ້ນຕອນ, ຍຸດຕິທຳ, ເປີດເຜີຍ ແລະ ປະຊາທິປະໄຕ:
”ສະເໜີໃຫ້ບັນດາສະມາຊິກສະພາ ປຊຊ ນະຄອນ ຈົ່ງສະຫງວນເວລາຄົ້ນຄ້ວາເພື່ອຮັບເອົາຂໍ້ມູນຂ່າວໃຫ້ຄົບຖ້ວນ, ປຶກສາຫາລື ຕີລາຄາຢ່າງພາວະວິໄສ, ຍຸດຕິທຳລະດັບໄວ້ວາງໃຈສຳລັບຜູ້ຖືກລົງຄະແນນສຽງໄວ້ວາງໃຈ. ໝາກຜົນການລົງຄະແນນສຽງໄວ້ວາງໃຈຄວນປະກາດຢ່າງເປີດເຜີຍ. ສິ່ງດັ່ງກ່າວຈະຊ່ວຍໃຫ້ຜູ້ຖືກລົງຄະແນນສຽງໄວ້ວາງໃຈ ເຫັນໄດ້ລະດັບຄວາມໄວ້ວາງໃຈຂອງຕົນເພື່ອສູ້ຊົນຍົກສູງປະສິດທິຜົນໃນການເຄື່ອນໄຫວຂອງຕົນ”.