(vovworld) - ໂດຍໄດ້ຮັບຄຳເຊີນຂອງທ່ານລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໂງຊວນລິກ, ຄະນະຜູ້ແທນການທະຫານຂັ້ນສູງລາວ ໂດຍທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຈັນສະໝອນ ຈັນຍາລາດ ນຳໜ້າ, ມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການໃນລະຫວ່າງວັນທີ 08 - 11/01. ຕອນເຊົ້າວັນທີ 09/01, ຢູ່ນະຄອນດ່ານັ້ງ, ລັດຖະມົນຕີ 2 ທ່ານໄດ້ດຳເນີນການເຈລະຈາ.
ທີ່ການເຈລະຈາ, 2 ຝ່າຍຢືນຢັນການຮ່ວມມືດ້ານປ້ອງກັນຊາດຫວຽດນາມ - ລາວ ແມ່ນໜຶ່ງໃນບັນດາເສົາຄ້ຳທີ່ມີຄວາມໝາຍສຳຄັນພິເສດໃນການພົວພັນລະຫວ່າງ 2 ປະເທດ. ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ໂງຊວນລິກ ໃຫ້ຮູ້ວ່າ.
“ຂ້າພະເຈົ້າເຊື່ອໝັ້ນວ່າ, ການຢ້ຽມຢາມຈະປະສົບຜົນສຳເລັດຢ່າງດີງາມ, ປະກອບສ່ວນປັບປຸງການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ 2 ປະເທດ, 2 ກອງທັບກວ່າອີກ. ຜ່ານນີ້ຈະສ້າງກຳລັງໜູນໃໝ່ໃຫ້ການພົວພັນດ້ານປ້ອງກັນຊາດ 2 ປະເທດ”.
ທີ່ການເຈລະຈາ, ລັດຖະມົນຕີ 2 ທ່ານໄດ້ເປັນເອກະພາບນຳກັນກ່ຽວກັບການເພີ່ມທະວີວຽກງານສົມທົບກັນ, ກະຕຸກຊຸກຍູ້, ຕິດຕາມກວດກາການຜັນຂະຫຍາຍບັນດາເນື້ອໃນແຜນການຮ່ວມມືໃນປີ 2017 ແລະ ບັນດາຂໍ້ຕົກລົງຂັ້ນສູງ; ເອົາໃຈໃສ່ເຖິງການຍົກສູງປະສິດທິຜົນ, ໂດຍສະເພາະແມ່ນໃນການບຳລຸງສ້າງ, ຝຶກອົບຮົມ, ເພີ່ມທະວີການແລກປ່ຽນ, ພົບປະແລກປ່ຽນທຸກຂັ້ນ, ພິເສດແມ່ນຄະນະຜູ້ແທນຂັ້ນສູງ…
ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ໂງຊວນລິກ ແລະ ທ່ານລັດຖະມົນຕີກະຊວງປ້ອງກັນປະເທດລາວ ຈັນສະໝອນ ຈັນຍາລາດ ໄດ້ລົງນາມໃນແຜນການຮ່ວມມືປີ 2017; ເປັນສັກຂີພິຍານພິທີລົງນາມໃນບົດບັນທຶກຊ່ວຍຈຳລະຫວ່າງສະຖາບັນຍຸດທະສາດປ້ອງກັນປະເທດຫວຽດນາມ ກັບກົມວິທະຍາສາດປະຫວັດສາດການທະຫານລາວ.