ການລົງປະຊາມະຕິແນໃ່ສ່ເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນ
(ພາບປະກອບອິນເຕີແນດ)
(vovworld) - ຕອນບ່າຍວັນທີ 23/6, ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ປຶກສາຫາລືກ່ຽວກັບຮ່າງກົດໝາຍລົງປະຊາມະຕິ. ນີ້ແມ່ນຮ່າງກົດໝາຍສຳຄັນ, ເປັນຄັ້ງທຳອິດຖືກຍົກອອກມາປຶກສາຫາລືຢູ່ສະພາແຫ່ງຊາດ. ກົດໝາຍນີ້ຈະປະກອບສ່ວນກໍ່ສ້າງລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມຫວຽດນາມ ຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາຊົນ.
ບັນດາ ສສຊ ໄດ້ເຫັນດີຕໍ່ຄວາມຈຳເປັນຕ້ອງປະກາດໃຊ້ກົດໝາຍນີ້, ແນໃສ່ຫັນຂໍ້ກຳນົດຂອງລັດຖະທຳມະນູນປີ 2013 ເປັນລະອຽດ, ສ້າງພື້ນຖານນິຕິກຳໃຫ້ປະຊາຊົນເຂົ້າຮ່ວມວຽກງານຕ່າງໆຂອງລັດ, ສະແດງສິດເປັນເຈົ້າໂດຍກົງຂອງຕົນທີ່ມີຕໍ່ບັນດາບັນຫາສຳຄັນຂອງປະເທດ. ສສຊ ບາງທ່ານສະເໜີຄວນກຳນົດບັນດາວຽກງານເຊິ່ງສະພາແຫ່ງຊາດສາມາດຕັດສິນລົງປະຊາມະຕິຢ່າງລະອຽດ, ຈະແຈ້ງກວ່າ. ທ່ານນາງ ເຈິ່ນຮົ່ງທຳ໋, ສສຊ ນະຄອນ ເກິ່ນເທີ, ຖືວ່າ:
“ຂ້າພະເຈົ້າເຫັນດີຕໍ່ຂໍ້ກຳນົດທີ່ວ່າ, ການລົງປະຊາມະຕິຕ້ອງໄດ້ຮັບການປະຕິບັດໃນຂອບເຂດທົ່ວປະເທດ ເພື່ອເໝາະສົມກັບຂໍ້ກຳນົດຂອງລັດຖະທຳມະນູນ. ຂ້າພະເຈົ້າຖືວ່າ, ມີແຕ່ບັນດາບັນຫາທີ່ມີຄວາມໝາຍລະດັບຊາດເທົ່ານັ້ນຈຶ່ງລົງປະຊາມະຕິ, ສ່ວນບັນດາບັນຫາທີ່ມີລັກະນະທ້ອງຖີ່ນ ຫຼືເຂດ ແມ່ນນຳໃຊ້ຮູບການຮັບເອົາຄວາມເຫັນຈາກປະຊາຊົນເທົ່ານັ້ນ. ຄະນະປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ມີສິດສະເໜີລົງປະຊາມະຕິ, ສິ່ງດັ່ງກ່າວຈະສ້າງຊ່ອງຂໍ້ມູນສຳຄັນ ເພື່ອໃຫ້ສະພາແຫ່ງຊາດພິຈາລະນາ, ຕົກລົງບັນຫາລົງປະຊາມະຕິ .“