ການລົງປະຊາມະຕິຢູ່ ອີຢີບ ຖືກດຳເນີນໃນທາມກາງ ບັນຍາກາດແຫ່ງຄວາມສະຫງົບ
ສະຖານທີ່ປ່ອນບັດແຫ່ງໜຶ່ງ ຢູ່ອີຢິບ
(ພາບ: ABCNews)
|
Vovworld- ໂດຍບໍ່ຫົວຊາຕໍ່ການປະທະກັນລະຫວ່າງບັນດາຜູ້ແຫ່ຂະບວນ ສະໜັບໜູນປະທານາທິບໍດີອີຢິບ Mohamed Morsi ແລະ ກຳລັງຝ່າຍຄ້ານກ່ອນທີ່ດຳເນີນ ການລົງປະຊາມະຕິກ່ຽວກັບຮ່າງລັດຖະທຳມະນູນໃໝ່ທີ່ກໍ່ຄວາມຖົກຖຽງກັນ, ສັງເກດລວມແລ້ວ, ການປ່ອນບັດຢູ່ຕາມສະຖານທີ່ປ່ອນບັດຕ່າງໆໄດ້ດຳເນີນໃນທາມກາງບັນຍາກາດແຫ່ງຄວາມສະຫງົບ. ວັນທີ 15/12, ຢູ່ ນະຄອນຫຼວງ ກາຍໂຣ, ຜູ້ມີສິດໄປປ່ອນບັດໄດ້ຢືນລຽນແຖວເປັນລ້ຳດັບຢູ່ຕໍ່ໜ້າສະຖານທີ່ປ່ອນບັດຊຶ່ງຕັ້ງຢູ່ບັນດາໂຮງຮຽນ ແລະ ສູນວັດທະນະທຳ.
ຄັ້ງທີ່ 1 ຂອງການລົງປະຊາມະຕິຖືກດຳເນີນໃນວັນທີ 15/12 ຢູ່ 10 ແຂວງ ແລະ ນະຄອນດ້ວຍຜູ້ມີສິດປ່ອນບັດທັງໝົດ 26,6 ລ້ານຄົນເຂົ້າຮ່ວມ. ສ່ວນ ຄັ້ງທີ່ 2 ຂອງການລົງປະຊາມະຕິຈະຖືກດຳເນີນໃນວັນທີ 22/12 ທີ່ຈະມາເຖິງ ຢູ່ 27 ແຂວງ ແລະ ນະຄອນທີ່ຍັງເຫຼືອ.