ການວາງລະເບີດຢູ່ ອີຢີບເຮັດໃຫ້ 7 ຄົນເສຍຊີວິດ
ສະຖານທີ່ເກີດເຫດ
(ພາບ: PressTV)
(vovworld)- ການວາລະເບີດເມື່ອວັນທີ 19/10 ຢູ່ແຫຼມຊີນາຍ ໄດ້ເຮັດໃຫ້ນັກຮົບອີຢີບ 7 ຄົນເສຍຊີວິດ ແລະ ອີກ 4 ຄົນຖືກບາດເຈັບ. ຕາມການສະຖິຕິທາງການໂດຍລັດຖະບານອີຢີບ ປະກາດເມື່ອເດືອນ 3/2014 ຜ່ານມາ, ມີນັກຮົບ ແລະ ຕຳຫຼວດຢ່າງໜ້ອຍສຸດ 500 ຄົນໄດ້ເສຍຊີວິດໃນການບຸກໂຈມຕີ ແລະ ວາງລະເບີດຄັ້ງຕ່າງໆຂອງບັນດາພາກສ່ວນອິດຊະລາມຫົວຮຸນແຮງ. ກຸ່ມບັນດາຜູ້ສະໜັບ ສະໜູນ Jerusalem ຍອມຮັບໄດ້ປະຕິບັດ ບຸກໂຈມຕີສ່ວນຫຼາຍດ້ວຍສາຍເຫດແກ້ແຄ້ນໃຫ້ແກ່ບັນດາຊາວອິດຊະລາມ ຖືກເສຍຊີວິດໃນບັ້ນປາບປາມຄັ້ງຕ່າງໆຂອງອຳນາດການປົກຄອງ. ກຸ່ມນີ້ເຄີຍອອກຄຳຖະແຫຼງຈະໜູນຫຼັງໃຫ້ແກ່ອົງການ “ລັດອິດຊະລາມ“ (IS) ອ້າງຊື່ເອງແຕ່ບໍ່ໃຫ້ຄຳໝັ້ນສັນຍາຈະຈົ່ງຮັກພັກດີກັບຜູ້ນຳຂອງ IS ຢ່າງປັນທາງການ./.