ການວາງລະເບີດສະຫຼະຊີບທີ່ນອງເລືອດຢູ່ອີຣັກ

ການວາງລະເບີດສະຫຼະຊີບທີ່ນອງເລືອດຢູ່ອີຣັກ - ảnh 1
ສະ​ຖານ​ທີ​ເກີດ​ເຫດຢູ່ Sadr City, Baghdad, ວັນ​ທີ14/10
(ພາບ: AFP/TTXVN)

(vovworld) – ຢ່າງ​ໜ້ອຍ​ສຸດ​ມີ 17 ຄົນ​ເສຍ​ຊີ​ວິດ ແລະ 26 ຄົນ​ຖືກ​ບາດ​ເຈັບ​ໃນ​ການ​ວາງ​ລະ​ເບີດ​ສະຫຼະ​ຊີບ​ໃນ​ຕອນ​ບ່າຍ​ວັນ​ທີ 20/10, ຢູ່​ນະ​ຄອນຫຼວງ ແບກ​ແດດ​ຂອງ ອີ​ຣັກ. ວົງ​ການ​ເຈົ້າ​ໜ້າ​ທີ່​ປ​້ອງ​ກັນ​ຄວາມ​ສະ​ຫງົບ ອີ​ຣັກ ໃຫ້​ຮູ້​ວ່າ: ການ​ວາງ​ລະ​ເບີດ​ເກີດ​ຂຶ້ນ​ຢູ່​ໂບດ​ອິດ​ສະ​ລາມ​ແຫ່ງໜຶ່ງ​ຂອງ​ນິ​ກາຍ Shi’ite ໃນ​ຈຸດ​ເວ​ລາມ​ີ​ຜູ້​ເຂົ້າ​ຮ່ວມ​ພິ​ທີ​​ກຳຢູ່​ແຫ່ງນີ້​ເປັນ​ຈຳ​ນວນຫຼາຍ. ຜູ້​ວາງ​ລະ​ເບີດ​ສະຫຼະ​ຊີບ​ໄດ້​ກະ​ທຳເມື່ອ​ມີຫຼາຍ​ຄົນ​ພວມ​ອອກ​ຈາກ​ໂບດ Husseiniyat al – Khayrat ຢູ່​ເຂດ​ການ​ຄ້າ Sinak.

        ໃນ​ຊຸມ​ວັນ​ນີ້, ນະ​ຄອນຫຼວງ ແບກ​ແດດ ພວມ​ເຫັນ​ປະ​ຈັກ​ຕາ​ບັນ​ດາເຫດ​ວາງ​ລະ​ເບີດ​ທີ່ນອງ​ເລືອດ​ໂດຍ​ບັນ​ດາ​ທະ​ຫານ​ກະ​ບົດ​ຂຶ້ນ​ກັບ “ລັດ​ອິດ​ສະ​ລາມ” (IS) ດຳ​ເນີນ. ສະ​ພາບ​ການນີ້ ໄດ້​ເຮັດ​ໃຫ້​ມີຄວາມ​ວິ​ຕົກ​ກັງ​ວົນ​​ວ່າກຸ່ມ​ຫົວ​ຮຸນ​ແຮງນີ້​ຈະ​ເພີ່ມ​ທະ​ວີ​ການ​ບຸກ​ໂຈມ​ຕີ​ໃນ​ເດືອນ Muharram, ຈຸດ​ເວ​ລາ​ຊາວ ອິດ​ສະ​ລາມ ນິ​ກາຍ Shi’ite ນັບ​​ແສນ​ຄົນ​ພາ​ກັນ​ໄປພາ​ວະ​ນາ​ຢູ່​ນະ​ຄອນ​ສັກ​​ສິດ Karbala, ທາງ​ທິດ​ຕາ​ເວັນ​ຕົກ​ສ​່ຽງ​ເໜືອ ອີ​ຣັກ.


ຂ່າວ/ບົດ​ອື່ນ