ການ​ວາງ​ແຜນ​ຜັງ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ​ແຫ່ງ​ຊາດ​ໄລ​ຍະ 2021 – 2030

(VOVWORLD) - ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນຮົ່ງຮ່າ ໄດ້ເຊັນອະນຸມັດ ການວາງແຜນຜັງການປົກປັກຮັກສາສິ່ງແວ້ດລ້ອມແຫ່ງຊາດໄລຍະ 2021 – 2030, ວິໄສທັດຮອດປີ 2050.
ການ​ວາງ​ແຜນ​ຜັງ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ​ແຫ່ງ​ຊາດ​ໄລ​ຍະ 2021 – 2030 - ảnh 1ພາບປະກອບ: TTXVN

ວັນທີ 8 ກໍລະກົດ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນຮົ່ງຮ່າ ໄດ້ເຊັນອະນຸມັດ ການວາງແຜນຜັງການປົກປັກຮັກສາສິ່ງແວ້ດລ້ອມແຫ່ງຊາດໄລຍະ 2021 – 2030, ວິໄສທັດຮອດປີ 2050. ການວາງແຜນຜັງເພື່ອແນໃສ່ເປັນເຈົ້າການໃນການປ້ອງກັນ, ສະກັດກັ້ນ, ຄວບຄຸມມົນລະພິດ ແລະ ຄວາມຊຸດໂຊມຂອງສິ່ງແວດລ້ອມ; ຟື້ນຟູ ແລະ ປັບປຸງໄດ້ຄຸນນະພາບສິ່ງແວດລ້ອມ; ສະກັດກັ້ນການຫຼຸດຜ່ອນ ແລະ ຍົກສູງຄຸນນະພາບຊີວະນາໆພັນ; ພັດທະນາເສດຖະກິດ - ສັງຄົມແບບຍືນຍົງ ຕາມທິດເສດຖະກິດສີຂຽວ, ເສດຖະກິດໝູນວຽນ…

ຮອດປີ 2030, ເພີ່ມເນື້ອທີ່ບັນດາເຂດປ່າສະຫງວນທຳມະຊາດ; ປົກປ້ອງ, ຟື້ນຟູລະບົບນິເວດທຳມະຊາດທີ່ສຳຄັນ, ຍົກສູງຄຸນນະພາບຊີວະນາໆພັນ; ຍົກຍອດເນື້ອທີ່ລະບົບເຂດອະນຸລັກຮັກສາໃນຂອບເຂດທົ່ວປະເທດ ຄາດວ່າບັນລຸປະມານ 6,7 ລ້ານຮັກຕາ. ເປົ້າໝາຍຮອດປີ 2050, ສິ່ງແວດລ້ອມ ຫວຽດນາມມີຄຸນນະພາບດີ; ອະນຸລັກຮັກສາຊີວະນາໆພັນທີ່ເປັນຫຼາຍຮູບຫຼາຍແບບ ແລະ ຮັກສາຄວາມສົມດູນຊີວະພາບ; ເປັນເຈົ້າການໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ; ສັງຄົມພັດທະນາຢ່າງກົມກຽວກັບທຳມະຊາດ, ປະເທດຊາດມີການພັດທະນາແບບຍືນຍົງ, ນຳການປ່ອຍອາຍພິດລົງລະດັບ “0”.

ຕອບກັບ

ຂ່າວ/ບົດ​ອື່ນ