( vovworld ) – ຕາມຕົວເລກຂອງກົມໃຫຍ່ສະຖິຕິແລ້ວ, ໃນ 4 ເດືອນຕົ້ນປີ 2012, ເສດຖະກິດມະຫາພາກໄດ້ຮັບການປັບປຸງດີພໍສົມຄວນ, ການຂາດດູນການຄ້າກໍຫຼຸດລົງ. ໃນ 4 ເດືອນຕົ້ນປີ 2012, ວົງເງິນສົ່ງອອກສິນຄ້າບັນລຸກວ່າ 33 ຕື້ USD, ເພີ່ມຂຶ້ນສູງພໍສົມຄວມເມື່ອທຽບໃສ່ໄລຍະດຽວກັນຂອງປີ 2011. ການຈະເລີນເຕີບໂຕດ້ານການສົ່ງອອກນັບທັງ 2 ພາກສ່ວນເສດຖະກິດ, ໃນນັ້ນພາກສ່ວນທີ່ມີທຶນຂອງຕ່າງປະເທດບັນລຸສູງກ່ວາພາກສ່ວນເສດຖະກິດພາຍໃນປະເທດກ່ຽວກັບວົງເງິນການຄ້າ ແລະ ລະດັບການຈະເລີນເຕີບໂຕເມື່ອທຽບໃສ່ກັບໄລຍະດຽວກັນຂອງປີ 2011. ມີສິນຄ້າສົ່ງອອກ 10 ປະເພດບັນລຸໄດ້ກວ່າ 1 ຕື້ USD, ເພີ່ມຂຶ້ນ 4 ປະເພດເມື່ອທຽບໃສ່ໄລຍະປີ 2011. ກ່ຽວກັບຕະຫຼາດສົ່ງອອກ, ສະເພາະແຕ່ 3 ເດືອນຜ່ານມາ ໄດ້ມີ 12 ຕະຫຼາດບັນລຸກວ່າ 500 ຕື້ USD, ໃນນັ້ນມີຕະຫຼາດ 4 ແຫ່ງບັນລຸກ່ວາ 1 ຕື້ USD ແມ່ນ ອາເມລິກາ, ຍີ່ປຸ່ນ, ຈີນ ແລະ ສ.ເກົາຫຼີ.