ການສົ່ງອອກໝາກຜິກໄທຂອງຫວຽດນາມຢືນອັນດັບໜຶ່ງກ່ຽວກັບປະລິມານການຜະລິດແລະຈຳນວນ
ສວນປູກໝາກຜິກໄທ
(ພາບປະກອບ)
(vovworld) – ປີ 2013, ການສົ່ງອອກໝາກຜິກໄທຂອງທົ່ວປະເທດຄາດວ່າບັນລຸ 134.000 ໂຕນດ້ວຍວົງເງິນສົ່ງອອກບັນລຸ 899 ລ້ານ USD, ເພີ່ມຂຶ້ນເກືອບ 15% ກ່ຽວກັບປະລິມານ ແລະ ເພີ່ມຂຶ້ນກ່ວາ 13% ກ່ຽວກັບວົງເງິນສົ່ງອອກເມື່ອທຽບໃສ່ກັບປີ 2012. ການສົ່ງອອກໝາກປີກໄທຂອງ ຫວຽດນາມ ພວມຮັກສາອັນດັບໜຶ່ງກ່ຽວກັບປະລິມານການຜະລິດ ແລະ ສົ່ງອອກໃນໂລກ, ມີບົດບາດສຳຄັນໃນການດັດສົມການຈາລະຈອນສິນຄ້າ, ຄວບຄຸມລາຄາ ແລະ ຕະຫຼາດເປັນປົກກະຕິ.
ຕາມສະຫະສະມາຄົມໝາກຜິກໄທ ຫວຽດນາມ ແລ້ວ, ປະຈຸບັນ, ມີປະມານ 95% ປະລິມານການຜະລິດໝາກຜິກໄທໄດ້ຮັບການຜະລິດຢູ່ພາຍໃນປະເທດເພື່ອສົ່ງອອກເຖິງກ່ວາ 80 ປະເທດ, ເຂດແຄ້ວນ, 5% ຍັງເຫຼືອແມ່ນຈຳໜ່າຍພາຍໃນປະເທດ. ຫວຽດນາມ ມີປະມານ 15 ວິສາຫະກິດສົ່ງອອກໝາກຜິກໄທຢື່ນອັນດັບໜຶ່ງໃນໂລກ, ກວມກ່ວາ 50% ຈຳນວນການສົ່ງອອກ. ປະຈຸບັນ, ອາເມລິກາ ແມ່ນຕະຫຼາດນຳເຂົ້າໝາກຜິກໄທອັນດັບໜຶ່ງຂອງ ຫວຽດນາມ, ດ້ວຍວົງເງິນສົ່ງອອກເພີ່ມຂຶ້ນຢ່າງລຽນຕິດ. ຈາກນັ້ນແມ່ນ ເຢຍລະມັນ, ຕະຫຼາດ UAE...