ການສົນທະນາຄັ້ງທີ 3 ລະຫວ່າງຫວຽດນາມ - ເຢຍລະມັນ
(ພາບ: dangcongsan.vn)
(vovworld) - ການສົນທະນາຄັ້ງທີ 3 ລະຫວ່າງພັກກອມມູນິດຫວຽດນາມ ແລະ ພັກປະຊາທິປະໄຕສັງຄົມເຢຍລະມັນ ສືບຕໍ່ດຳເນີນໄປໃນຕອນເຊົ້າວັນທີ 11/05, ຢູ່ຮ່າໂນ້ຍ, ດ້ວຍບັນດາວາລະປຶກສາຫາລືກ່ຽວກັບຫຼາຍເນື້ອໃນເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ. ທີ່ການສົນທະນາາຄັ້ງທີ 3 ນີ້, 2 ຝ່າຍໄດ້ເຕື້ອງເຖິງບັນດາຄວາມປອດໄພທາງສັນຄົມ ແລະ ປະກັນສັງຄົມ, ມຸ່ງໄປສູ່ການພັດທະນາຢ່າງໝັ້ນຄົງຢູ່ທັງ 2 ປະເທດ. ໜຶ່ງໃນບັນດາເນື້ອໃນຕົ້ນຕໍ່ທີ່ໄດ້ຍົກອອກມາໃນໂຄງການດຳເນີນງານຄັ້ງນີ້ແມ່ນການຮັກສາລະດັບໃຫ້ຜູ້ອອກພັກກິນເບ້ຍບຳນານ ແລະ ສະກັດກັ້ນການຕົກເຂົ້າສູ່ສະພາບທຸກຍາກເມື່ອມີອາຍຸສູງ. ທ່ານ Anton Schaaf. ສະມາຊິກລັດຖະສະພາສະຫະພັນເຢນລະມັນ, ສະມາຊິກກຳມະການຄະນະກຳມະການແຮງງານ ແລະ ສັງຄົມ ຖືວ່າ; ບັນດາຜູ້ອອກພັກກິນເບ້ຍບຳນານຢູ່ເຢນລະມັນ ແລະ ຫວຽດນາມ ບໍ່ມີຄວາມແຕກຕ່າງກັນຫຼາຍໃນສະພາບການຄືປະຈຸບັນ, ພ້ອມທັງເນັ້ນໜັກວ່າ ຈຸດໝາຍຂອງທັງ 2 ປະເທດລ້ວນແຕ່ມຸ່ງໄປເຖິງເລື່ອງຮັບປະກັນລະດັບຄອງຊີບໃຫ້ແກ່ຄົນງານເມື່ອພັກກິນເບ້ຍບຳນານ.