ການສູ້ຮົບປິນຂັ້ນໄດຢູ່ ຊີຣີ

(VOVWORLD) - ໃນແຈ້ງການທາງການອອກວັນທີ 6 ຕຸລາ, ກອງທັບ ຕວັກກີ ໃຫ້ຮູ້ວ່າ ໄດ້ດຳເນີນການບຸກໂຈມຕີທາງອາກາດຫຼາຍຄັ້ງເຂົ້າບັນດາສະຖານທີ່ຂອງກຳລັງທະຫານກະບົດສັງກັດພັກແຮງງານ ຊາວ Kurk (PKK) ຢູ່ທາງທິດເໜືອຂອງປະເທດ ຊີຣີ ໄດ້ມ້າງທຳລາຍຢ່າງໜ້ອຍສຸດ 15 ເປົ້າໝາຍຂອງກຸ່ມນີ້.
ການສູ້ຮົບປິນຂັ້ນໄດຢູ່ ຊີຣີ - ảnh 1(ພາບປະກອບຈາກ North Press Agency/Reuters)

ສະພາບການສູ້ຮົບຢູ່ຊີຣີ ພວມປິນຂັ້ນໄດຢ່າງຮຸນແຮງ ດ້ວຍການເຂົ້າຮ່ວມຂອງທັງກອງທັບລັດຖະບານ ແລະ ກຳລັງຕ່າງປະເທດຕ້ານພວກທະຫານກະບົດຈຳນວນໜຶ່ງ.

        ໃນແຈ້ງການທາງການອອກວັນທີ 6 ຕຸລາ, ກອງທັບ ຕວັກກີ ໃຫ້ຮູ້ວ່າ ໄດ້ດຳເນີນການບຸກໂຈມຕີທາງອາກາດຫຼາຍຄັ້ງເຂົ້າບັນດາສະຖານທີ່ຂອງກຳລັງທະຫານກະບົດສັງກັດພັກແຮງງານ ຊາວ Kurk (PKK) ຢູ່ທາງທິດເໜືອຂອງປະເທດ ຊີຣີ ໄດ້ມ້າງທຳລາຍຢ່າງໜ້ອຍສຸດ 15 ເປົ້າໝາຍຂອງກຸ່ມນີ້. ແລະກໍ່ໃນຄ່ຳຄືນວັນທີ 6 ຕຸລາ, ກອງທັບ ຊີຣີ ໄດ້ດຳເນີນການຍິງທຳລາຍດ້ວຍລູກສອນໄຟ ແລະ ປຶ້ນໃຫຍ່ເຂົ້າບັນດາສະຖານທີ່ຂອງທະຫານກະບົດຢູ່ເຂດ Aleppo ແລະ Idlib, ທາງທິດຕາເວັນຕົກພາກເໜືອຂອງປະເທດນີ້. ແຈ້ງການຂອງກະຊວງປ້ອງກັນປະເທດ ຊີຣີ ຢັ້ງຢືນວ່າ: ການບຸກໂຈມຕີ ໄດ້ມ້າງທຳລາຍຍານພາຫະນະ, ອາວຸດ ຫຼາຍຢ່າງ ແລະ ກໍ່ຄວາມບາດເຈັບລົ້ມຕາຍຢ່າງໜັກໜ່ວງໃຫ້ແກ່ບັນດາມື້ປືນລຸກຮຶ້ຂຶ້ນ, ແຕ່ບໍ່ແຈ້ງໃຫ້ຮູ້ຈຳນວນລະອຽດ. ຕໍ່ໜ້າບັນດາການຍິງທຳລາຍຂອງກອງທັບ ຊີຣີ, ເຮືອບິນສູ້ຮົບຂອງກອງທັບ ລັດເຊຍ ກໍ່ໄດ້ດຳເນີນບັນດາການບຸກໂຈມຕີ ແນໃສ່ເປົ້າໝາຍຂອງທະຫານກະບົດຢູ່ Idlib.

ຕອບກັບ

ຂ່າວ/ບົດ​ອື່ນ