ການສະເໜີຕົວກຸ່ມສະມາຊິກສະພາແຫ່ງຊາດມິດຕະພາບຫວຽດນາມ-ກເຣັກແລະຫວຽດນາມ-ອາແຊກໄບຢານ
ພິທີສະເໜີຕົວໃນວັນທີ 27/11
(vovworld) - ກ່າວຄຳເຫັນທີ່ພິທີສະເໜີຕົວມື້ວານນີ້, ວັນທີ 27/11, ທີ່ ຮ່າໂນ້ຍ, ທ່ານຮອງປະທານສະພາແຫ່ງຊາດ ອວງຈູລຶວ ຢືນຢັນວ່າ ການສ້າງຕັ້ງຂອງກຸ່ມສະມາຊິກສະພາແຫ່ງຊາດມິດຕະພາບທັງສອງນີ້ແມ່ນສະແດງໃຫ້ເຫັນນ້ຳໃຈມິດຕະພາບລະຫວ່າງ ຫວຽດນາມ - ກເຣັກ ແລະ ຫວຽດນາມ - ອາແຊກໄບຢານ ຢ່າງມີຊີວິດຊີວາ. ນີ້ຈະແມ່ນຂົວຕໍ່ເພື່ອຊຸກຍູ້ການພັດທະນາສາຍພົວພັນຄວາມເຂົ້າໃຈ, ຄວາມໄວ້ເນື້ອເຊື່ອໃຈລະຫວ່າງອົງການນິຕິບັນຍັດເວົ້າສະເພາະ ແລະ ສອງປະເທດ ຫວຽດນາມ - ກເຣັກ ແລະ ຫວຽດນາມ - ອາແຊກໄບຢານ ເວົ້າລວມ. ຮອງປະທານສະພາແຫ່ງຊາດ ອວງຈູລຶວ ປາຖະໜາວ່າສະມາຊິກແຕ່ລະຄົນຂອງກຸ່ມສະມາຊິກສະພາແຫ່ງຊາດມິດຕະພາບຈະມີການເຄື່ອນໄຫວຕ່າງໆຢ່າງຕັ້ງໜ້າປະກອບສ່ວນຢ່າງແທດຈິງເຂົ້າໃນບັນດາການເຄື່ອນໄຫວການຕ່າງປະເທດຂອງສະພາແຫ່ງຊາດ ຫວຽດນາມ, ພ້ອມທັງເຊື່ອໝັ້ນວ່າ ສອງກຸ່ມສະມາຊິກສະພາແຫ່ງຊາດມິດຕະພາບຈະສືບທອດ ແລະ ສືບຕໍ່ເສີມຂະຫຍາຍນ້ຳໃຈມິດຕະພາບ, ສາຍພົວພັນທີ່ເປັນມຸນເຊື້ອອັນດີງາມລະຫວ່າງ ຫວຽດນາມ - ກເຣັກ ແລະ ຫວຽດນາມ - ອາແຊກໄບຢານ ກວ່າອີກ, ປະກອບສ່ວນເຂົ້າໃນການພັດທະນາຂອງແຕ່ລະປະເທດ.