ການສະແດງສິລະປະ, ພົບປະແລກປ່ຽນ “Truong Bon ສິ່ງມະຫັດສະຈັນ ແລະ ສະແດງຄວາມຮູ້ບຸນຄຸນ“

ການສະແດງສິລະປະ, ພົບປະແລກປ່ຽນ “Truong Bon ສິ່ງມະຫັດສະຈັນ ແລະ ສະແດງຄວາມຮູ້ບຸນຄຸນ“ - ảnh 1

(ພາບ:vinhcity.gov.vn)

(VOV)- ຕອນ​ຄ່ຳ​ວັນ​ທີ 27/10, ຢູ່​ແຂວງເງະ​ອານ, ສູນ​ກາງຄະນະ​ຊາວ​ໜຸ່ມກອມ​ມູນິດ​ໂຮ່ຈິ​ມິນ ​ແລະ ແຂວງເງະ​ອານ ​ໄດ້​ຈັດການສະແດງສິລະປະ, ພົບປະແລກປ່ຽນທີ່​ມີ​ຫົວ​ຂໍ້​ວ່າ: “Truong Bon ສິ່ງ​ມະຫັດສະຈັນ ​ແລະ ສະ​ແດງຄວາມ​ຮູ້​ບຸນຄຸນ“ ​ໂດຍ​ມີ​ການ​ເຂົ້າຮ່ວມ​ຂອງ​ທ່ານ ​ໂຕ​ຮູ​ຍ​ເຣືອ ກຳມະການ​ກົມ​ການ​ເມືອງ, ​ເລຂາ​ສູນ​ກາງ​ພັກ, ຫົວໜ້າ​ຄະນະ​ຈັດຕັ້ງສູນ​ກາງ. Truong Bon ​ແຂວງເງະ​ອານ​ ແມ່ນ​ຂີດ​ໝາຍແຫ່ງບັນດາ​ການ​ຕໍ່ສູ້​ອັນ​ດຸ​ເດືອດຂອງ​ຈັກກະພັດ​ອາ​ເມ​ລິ​ກາ ​ໃນ​ປາງ​ສົງຄາມ. ກ່າວ​ຄຳ​ເຫັນນະ​ທີ່​ນີ້, ທ່ານໂຮ່ດຶກ​ເຟິກ, ປະທານ​ຄະນະ​ກຳມະການ​ປະຊາຊົນແຂວງເງະ​ອານ ຊີ້​ແຈ້ງວ່າ:

   “ສົງຄາມ​ໄດ້​ລ່ວງ​ເລີຍ​​ໄປ​ແລ້ວ​ກ່ວາ 4 ທົດ​ສະ​ວັດ, ຊີວິດ​ໄດ້​ຟື້ນ​ຟູ​ໃນ​ເຂດ​ດິນ​ຖືກ​ສົງຄາມ​ທຳລາຍ​ໃນ​ເມື່ອ​ກ່ອນ, ບັນດາ​ທະຫານ​ຜູ້​ພິລະ​ອາດ​ຫານ​ໄດ້​ສ້າງ​ເປັນ Truong Bon ​ເຂດ​ດິນ​ແດນ​ແຫ່ງ​ມະຫັດສະຈັນ​ໄດ້​ກາຍ​ເປັນຄວາມ​ອະມະຕະ, ​ແມ່ນ​ສັນຍາ​ລັກ​ອັນ​ສັກກະ​ລະ​ບູຊາ, ​ແມ່ນ​ແບບຢ່າງ​ເພື່ອ​ໃຫ້​ຄົນ​ລຸ້ນຫລັງ​ຮ່ຳຮຽນ​ຕາມ ​ແລະ ສະ​ແດງ​ຄວາມ​ຮູ້​ບຸນຄຸນ. ລາຍການ​ມື້​ນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ນ້ຳໃຈ​ກິນ​ເຂົ້າຄິດ​ຮອດ​ຄຸນ​ນາ, ກິນ​ປາ​ຄິດ​ຮອດ​ຄຸນ​ນ້ຳ ​ແລະ ສະ​ແດງ​ຄວາມ​ຮູ້​ບຸນ​ບຸນ​ຂອງພວກ​​ເຮົາທີ່​ມີ​ຕໍ່​ບັນດາ​ວິລະ​ຊົນ, ນັກ​ຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ“

ຂ່າວ/ບົດ​ອື່ນ