ການ​ຫັນ​ເປັນ​ດີ​ຈີ​ຕອນ​ຕ້ອງ​ນຳ​ຜົນ​ປະ​ໂຫຍດ​ມາ​ໃຫ້​ປະ​ຊາ​ຊົນ, ວິ​ສາ​ຫະ​ກິດ

(VOVWORLD) - ຕອນເຊົ້າວັນທີ 10 ຕຸລາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມລາຍການສະເຫຼີມສະຫຼອງ ວັນຫັນເປັນດີຈີຕອນແຫ່ງຊາດ ປີ 2023 ໂດຍກະຊວງຖະແຫຼງຂ່າວ - ສື່ສານ ຫວຽດນາມຈັດຂຶ້ນ.
ການ​ຫັນ​ເປັນ​ດີ​ຈີ​ຕອນ​ຕ້ອງ​ນຳ​ຜົນ​ປະ​ໂຫຍດ​ມາ​ໃຫ້​ປະ​ຊາ​ຊົນ, ວິ​ສາ​ຫະ​ກິດ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ພິທີ (ພາບ: TTXVN)

ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢັ້ງຢືນວ່າ: ການຫັນເປັນດີຈີຕອນແມ່ນທ່າອ່ຽງແນນອນ ທີ່ພວມດຳເນີນຢ່າງແຮງໃນທົ່ວໂລກ, ມີເອກະສານ ແລະ ມະຕິຂອງພັກຫຼາຍສະບັບໄດ້ເຕື້ອງເຖິງກ່ຽວກັບການຫັນເປັນດີຈີຕອນ, ເສດຖະກິດດີຈີຕອນ, ສັງຄົມດີຈີຕອນຢ່າງເລິກເຊິ່ງ. ລັດຖະບານ ຫວຽດນາມ ໄດ້ກຳນົດເປົ້າໝາຍຄວບຄູ່ແມ່ນ ທັງພັດທະນາລັດຖະບານດີຈີຕອນ, ເສດຖະກິດດີຈີຕອນ, ສັງຄົມດີຈີຕອນ, ທັງສ້າງບັນດາວິສາຫະກິດເຕັກໂນໂລຢີດີຈີຕອນ ຫວຽດນາມ ທີ່ມີກຳລັງຄວາມສາມາດແກ້ງແຍ້ງທົ່ວໂລກ ເພື່ອຫັນຄວາມຫວັງ ປະເທດຫວຽດນາມ ໝັ້ນຄົງເຂັ້ມແຂງ, ວັດທະນາຖາວອນໃຫ້ປະກົດຜົນເປັນຈິງ. ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ:

ເພື່ອປະຕິບັດການຫັນເປັນດີຈີຕອນແຫ່ງຊາດຢ່າງມີປະສິດທິຜົນ, ແທດຈິງນັ້ນ, ມັນຮຽກຮ້ອງໃຫ້ການພວກເຮົາຕ້ອງມີຍຸດທະສາດຢ່າງມີແບບມີແຜນ, ປະຕິບັດຢ່າງມີຈຸດສຸມ, ຕ້ອງປ່ຽນແປງວິທີການຄຸ້ມຄອງ, ການເຄື່ອນໄຫວ, ບໍລິຫານສັງຄົມ. ທັດສະນະລຸລ່ວງຂອງ ລັດຖະບານ ແມ່ນຖືປະຊາຊົນ, ວິສາຫະກິດເປັນໃຈກາງ, ເປັນເຈົ້າຂອງ, ເປົ້າໝາຍ ແລະ ແມ່ນກຳລັງໜູນ, ແຫຼ່ງກຳລັງຂອງການຫັນເປັນດີຈີຕອນ. ການຫັນເປັນດີຈີຕອນຕ້ອງນຳຜົນປະໂຫຍດມາໃຫ້ປະຊາຊົນ, ວິສາຫະກິດ ຈາກການປະຕິບັດລະບຽບການບໍລິຫານສາທາລະນະ, ການໜູນຊ່ວຍສັງຄົມໃຫ້ສະດວກກ່ວາ, ໄວກ່ວາ, ມີປະສິດທິຜົນກ່ວາ ແລະ ປະຊາຊົນກໍ່ຈະສ້າງແຫຼ່ງກຳລັງໃຫ້ແກ່ການພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ