ການຮັບຮູ້ຈາກ COP 27 ແລະ ເນື້ອໃນຄວາມໝາຍກ່ຽວກັນນະໂຍບາຍປົກປ້ອງສະພາບດິນຟ້າອາກາດຂອງ ຫວຽດນາມ
(VOVWORLD) -ກອງປະຊຸມ COP 27 ໄດ້ຈັດຂຶ້ນແຕ່ວັນທີ 06-18 ພະຈິກ ໄດ້ໃຫ້ບຸລິມະສິດກ່ຽວກັບການຮັບມື, ແກ້ໄຂຄວາມເສຍຫາຍ
ເພື່ອແບ່ງປັນບັນດາຂໍ້ມູນທີ່ກອງປະຊຸມຄັ້ງທີ 27 ບັນດາຝ່າຍເຂົ້າຮ່ວມສົນທິສັນຍາແມ່ຂອງສະຫະປະຊາຊາດ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP27) ເຊິ່ງຫາກໍ່ຈັດຂຶ້ນຢູ່ Sharm El Sheihk, ປະເທດ ອີຢິບ. ຕອນບ່າຍວັນທີ 21 ພະຈິກ, ຢູ່ ຮ່າໂນ້ຍ, ອົງການຂໍ້ລິເລີ່ມກ່ຽວກັບການຫັນປ່ຽນພະລັງງານ ຫວຽດນາມ ໄດ້ຈັດວາລະແບ່ງປັນກ່ຽວກັບ “ການຮັບຮູ້ຈາກ COP 27 ແລະ ເນື້ອໃນຄວາມໝາຍກ່ຽວກັນນະໂຍບາຍປົກປ້ອງອາກາດຂອງ ຫວຽດນາມ”.
ທ່ານນາງ ໂງໂຕຍຽນ, ຫົວໜ້າບໍລິຫານອົງການຂໍ້ລິເລີ່ມກ່ຽວກັບການຫັນປ່ຽນພະລັງງານ ຫວຽດນາມ, ໃຫ້ຮູ້ວ່າ ກອງປະຊຸມ COP 27 ໄດ້ຈັດຂຶ້ນແຕ່ວັນທີ 06-18 ພະຈິກ ໄດ້ໃຫ້ບຸລິມະສິດກ່ຽວກັບການຮັບມື, ແກ້ໄຂຄວາມເສຍຫາຍ, ຍົກສູງລັກສະນະຄວາມເປັນໄປໄດ້ໃນການຜັນຂະຫຍາຍບັນດາເປົ້າໝາຍປົກປ້ອງຂອງແຕ່ລະປະເທດ, ພ້ອມທັງເອົາໃຈໃສ່ເປັນພິເສດເຖິງຄວາມຫຍຸ້ງຍາກ ເຊິ່ງບັນດາປະເທດພວມພັດທະນາຄື ຫວຽດນາມ ຕ້ອງປະເຊີນໜ້າ. ທ່ານນາງ ໂງໂຕຍຽນ ເນັ້ນໜັກວ່າ, ການຊົດເຊີຍຄວາມເສຍຫາຍແມ່ນໝາກຜົນພົ້ນເດັ່ນທີ່ສຸດຢູ່ COP 27.