ການຮ່ວມມືກອງທັບເຮືອເພື່ອອາຊຽນ ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື
(VOVWORLD) -“ການຮ່ວມມືກອງທັບເຮືອ ເພື່ອອາຊຽນ ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື” ແມ່ນຫົວຂໍ້ຂອງກອງປະຊຸມ ອອນລາຍ ກອງບັນຊາການກອງທັບເຮືອ ບັນດາປະເທດສະມາຊິກ ອາຊຽນ ຄັ້ງທີ 14 ຫຼື ໄດ້ເອີ້ນຫຍໍ້ວ່າ “ANCM” ໂດຍໄດ້ດຳເນີນໃນວັນທີ 5 ພະຈິກ, ຢູ່ຮ່າໂນ້ຍ
ທ່ານພົນເຮືອຕີ ເຈິ່ນແທັງງຽມຜູ້ບັນຊາການກອງທັບເຮືອປະຊາຊົນຫວຽດນາມເປັນປະທານກອງປະຊຸມ |
ກອງປະຊຸມໄດ້ດຳເນີນພາຍໃຕ້ການເປັນປະທານຂອງທ່ານ ພົນເຮືອຕີ ເຈິ່ນແທັງງຽມ, ຜູ້ບັນຊາການກອງທັບເຮືອ ປະຊາຊົນ ຫວຽດນາມ, ພ້ອມກັບການເຂົ້າຮ່ວມຂອງ ຜູ້ບັນຊາການ, ຫົວໜ້າຄະນະກອງທັບເຮືອບັນດາປະເທດ ອາຊຽນ ແລະ ກອງທັບປະຊາຊົນ ລາວ. ທີ່ກອງປະຊຸມ, ຜູ້ບັນຊາການບັນດາປະເທດໄດ້ແບ່ງປັນທັດສະນະ ແລະ ລາຍງານ,ອັບເດດສະພາບການຄວາມໝັ້ນຄົງໃນການເດີນເຮືອຢູ່ພາກພື້ນ, ປຶກສາຫາລືບັນດາການເຄື່ອນໄຫວ ແລະ ເສີມຂະຫຍາຍບັນດາຂໍ້ລິເລີ່ມໃນອະນາຄົດ. ຂໍ້ລິເລີ່ມກ່ຽວກັບການຮ່ວມມືຝຶກຊ້ອມກອງທັບເຮືອ ອາຊຽນ ຂອງ ຫວຽດນາມ ໄດ້ຮັບຄວາມເຫັນດີເຫັນພ້ອມສູງຈາກບັນດາປະເທດ.
ທີ່ກອງປະຊຸມ, ທ່ານ ພົນເຮືອຕີ ເຈິ່ນແທັງງຽມ ໄດ້ຢັ້ງຢືນວ່າ: ການຈັດຕັ້ງກອງປະຊຸມຄັ້ງທີ 14 ນີ້ ສະແດງໃຫ້ເຫັນຢ່າງແຮງ ຄຳໝັ້ນສັນຍາຂອງ ກອງທັບເຮືອປະຊາຊົນ ຫວຽດນາມ ໃນບັນດາກົນໄກຄວາມໝັ້ນຄົງໃນການເດີນເຮືອ ແລະ ບັນດາຄວາມມານະພະຍາຍາມ, ຄວາມເປັນເຈົ້າການໃນການຮັບມືຂອງກອງທັບເຮືອ ຫວຽດນາມ ໃນສະພາບການໂລກລະບາດ Covid – 19 ຍັງຄົງມີການຜັນແປຢ່າງສັບສົນ, ປະກອບສ່ວນເຂົ້າໃນການຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖານລະພາບ ຢູ່ທະເລໃນພາກພື້ນ.
ກອງປະຊຸມໄດ້ສຸມໃສ່ເຂົ້າການແລກປ່ຽນກ່ຽວກັບບັນດາຂໍ້ລິເລີ່ມ, ການເຄື່ອນໄຫວໃນອະນາຄົດ, ປຶກສາຫາລືກ່ຽວກັບໂຄງການແລກປ່ຽນບົດຮຽນ, ປະສົບການໃນການຝຶກຊ້ອມກອງທັບເຮືອ ຂອງບັນດາປະເທດສະມາຊິກ ອາຊຽນ, ເຊື່ອມຕໍ່ບັນດາສູນການເດີນເຮືອ ແລະ ສ້າງກຳລັງການເດີນເຮືອ ອາຊຽນ.