( vovworld ) – ບໍລິສັດໃຫ່ຍການບິນ ຫວຽດນາມ (Vietnam Airlines) ແລະ ບໍລິສັດການບິນ Philippines Airlines ໄດ້ຈັດພິທີລະນຶກ 25 ປີແຫ່ງການຮ່ວມມືດ້ານການບິນລະຫວ່າງຫວຽດນາມ-ຟີລິບປິນ ໃນຕອນຄ່ຳວັນ ທີ 1/6 ຢູ່ນະຄອນໂຮ່ຈິມິນ. ກ່າວຄຳເຫັນທີ່ພິທີ, ທ່ານລັດຖະມົນຕີກະຊວງຄົມມະນາຄົມຂົນສົ່ງ ຫວຽດນາມ Dinh La Thang ເນັ້ນໜັກວ່າ, ໃນໄລຍະທີ່ຈະມາເຖິງ, ສອງບໍລິສັດຕອ້ງມີການຮ່ວມມືນຳກັນຢ່າງແໜ້ນແຟ້ນ ແລະ ມີປະສິດທິຜົນກ່ວາອີກ ເພື່ອນຳມາເຊີ່ງບັນດາຜົນງານອັນແທດຈິງ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດສອງປະເທດເວົ້າລວມ, ປະກອບສ່ວນຍົກສາຍພົວພັນສອງຝ່າຍຂຶ້ນສູ່ລະດັບສູງໃໝ່, ຫັນຄວາມປາດຖະໜາ ແລະ ແຜນນະໂຍບາຍຂອງລັດຖະບານສອງປະເທດເປັນລະອຽດ. ການເປີດສາຍການບິນໂດຍກົງລະຫວ່າງສອງປະເທດ ບໍ່ພຽງແຕ່ແມ່ນຂີດໝາຍສຳຄັນ ໃນການພົວພັນດ້ານການບິນພົນລະເຮືອນລະຫວ່າງ ຫວຽດນາມ-ຟີລິບປິນ, ຕອບສະໜອງຄວາມຕ້ອງການໄປມາໃຫ້ແກ່ປະຊາຊົນສອງປະເທດເທົ່ານັ້ນ, ຫາກຍັງໄດ້ປະກອບສ່ວນຊຸກຍູ້ການພົວພັນດ້ານເສດຖະກິດ, ການຄ້າ ແລະ ການທ່ອງທ່ຽວລະຫວ່າງສອງປະເທດ ໃຫ້ນັບມື້ນັບພັດທະນາອີກດ້ວຍ.