ການຮ່ວມມືດ້ານປ້ອງກັນປະເທດຫວຽດນາມ - ຍີ່ປຸ່ນ ມີປະສິດທິຜົນ ແລະ ແທດຈິງ

(VOVWORLD) -ລັດຖະມົນຕີສອງທ່ານໄດ້ແລກປ່ຽນທັດສະນະກ່ຽວກັບສະພາບການໃນໂລກ ແລະ ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ໃນນັ້ນມີຄວາມສຳຄັນຂອງຄວາມເສລີໃນການເດີນເຮືອ ແລະ ການບິນຕໍ່ໜ້າບັນດາການຜັນແປ ທີ່ສັບສົນຢູ່ພາກພື້ນ ແລະ ໃນໂລກ
ການຮ່ວມມືດ້ານປ້ອງກັນປະເທດຫວຽດນາມ - ຍີ່ປຸ່ນ ມີປະສິດທິຜົນ ແລະ ແທດຈິງ    - ảnh 1ທ່ານຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ແລະ ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຍີ່ປຸ່ນ Kishi Nobuo

    ຕອນບ່າຍວັນທີ 23/11, ທີ່ການພົບປະເຈລະຈາລະຫວ່າງທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ແລະ ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຍີ່ປຸ່ນ ໃນຂອບເຂດການຢ້ຽມຢາມ ຍີ່ປຸ່ນ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ຝ້າມມິງຈີ້ງ, ທ່ານພົນເອກ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ແລະ ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຍີ່ປຸ່ນ Kishi Nobuo ໄດ້ເຫັນດີເປັນເອກະພາບຖືວ່າ . ໂດຍຜ່ານຜ່າຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19, 2 ຝ່າຍໄດ້ສົມທົບກັນຢ່າງແໜ້ນແຟ້ນ, ຊຸກຍູ້ການຮ່ວມມືດ້ານປ້ອງກັນປະເທດຢ່າງຮອບດ້ານ ແລະ ແທດຈິງ, ມີປະສິດທິຜົນ, ສອດຄ່ອງກັບຂອບເຂດການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ 2 ປະເທດ.

        ລັດຖະມົນຕີສອງທ່ານໄດ້ແລກປ່ຽນທັດສະນະກ່ຽວກັບສະພາບການໃນໂລກ ແລະ ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ໃນນັ້ນມີຄວາມສຳຄັນຂອງຄວາມເສລີໃນການເດີນເຮືອ ແລະ ການບິນຕໍ່ໜ້າບັນດາການຜັນແປ ທີ່ສັບສົນຢູ່ພາກພື້ນ ແລະ ໃນໂລກ. 2 ຝ່າຍຢືນຢັນຄວາມສຳຄັນຂອງການເຄົາລົບກົດໝາຍສາກົນ, ໃນນັ້ນມີສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS 1982), ໃນການແກ້ໄຂການຂັດແຍ່ງກັນລະຫວ່າງບັນດາຝ່າຍທີ່ກ່ຽວຂ້ອງຢູ່ບັນດາບໍລິເວນທີ່ມີການຂັດແຍ່ງກັນ ຄືທະເລຕາເວັນອອກ ແລະ ແລະ ທະເລຮວາຕຸງ. ພ້ອມກັນນັ້ນ, ກໍຫວັງວ່າບັນດາຝ່າຍທີ່ກ່ຽວຂ້ອງຈົ່ງລະງັບໃຈ, ບໍ່ນາບຂູ່ນຳໃຊ້ກຳລັງອາວຸດ, ແກ້ໄຂການຂັດແຍ່ງກັນໂດຍສັນຕິວິທີບົນພື້ນຖານກົດໝາຍສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ