ການຮ່ວມມືດ້ານສື່ສານລະຫວ່າງ VOV ແລະ ບັນດາອົງການສື່ມວນຊົນຂອງ ອິດສະຣາແອັນ

(VOVWORLD) - ການເດີນທາງໄປຢ້ຽມຢາມຄັ້ງນີ້ຂອງຄະນະຜູ້ແທນ ຈະໄດ້ຮ່ຳຮຽນເອົາບົດຮຽນໃນການຫັນເປັນດີຈີຕອນ ແລະ ວິທີເຮັດວຽກກຂອງບັນດານັກຂ່າວ ອິດສະຣາແອັນ ໃນໄລຍະຫັນເປັນດີຈີຕອນປະຈຸບັນ.
ການຮ່ວມມືດ້ານສື່ສານລະຫວ່າງ VOV ແລະ ບັນດາອົງການສື່ມວນຊົນຂອງ ອິດສະຣາແອັນ - ảnh 1(ທ່ານຮອງຜູ້ອຳນວຍການໃຫຍ່ VOV ຫວູຫາຍກວາງ ຕ້ອນຮັບຄະນະພະນັກງານສະຖານທູດ ອິດສະຣາແອັນ ປະຈຳ ຫວຽດນາມ)

        ວັນທີ 05 ພຶດສະພາ, ຢູ່ສຳນັກງານ VOV, ທີ່ ຮ່າໂນ້ຍ, ທ່ານຮອງຜູ້ອຳນວຍການໃຫຍ່ VOV ຫວູຫາຍກວາງ ໄດ້ຕ້ອນຮັບຄະນະພະນັກງານສະຖານທູດ ອິດສະຣາແອັນ ນຳໂດຍທ່ານເອກອັກຄະລັດຖະທູດ ອິດສະຣາແອັນ ປະຈຳ ຫວຽດນາມ Yaron Mayer.

        ທີ່ການເຮັດວຽກ, ເມື່ອເນັ້ນໜັກເຖິງການຮ່ວມມືລະຫວ່າງ VOV ກັບບັນດາອົງການສື່ມວນຊົນຂອງ ອິດສະຣາແອັນ, ໃນນັ້ນມີການເດີນທາງໄປຢ້ຽມຢາມຂອງຄະນະພະນັກງານ VOV ເຖິງວິທະຍຸກະຈາຍສຽງ ແລະ ໂທລະພາບ Kan ຂອງ ອິດສະຣາແອັນ ໃນທ້າຍອາທິດນີ້, ທ່ານຮອງຜູ້ອຳນວຍການໃຫຍ່ VOV ຫວູຫາຍກວາງ ຢືນຢັນວ່າ:

        “ຍາມໃດ ອິດສະຣາແອັນ ກໍ່ນຳໜ້າໃນຂົງເຂດເຕັກໂນໂລຊີ, ໃນການດຳເນີນຊີວິດ, ກໍຄືໃນຫຼາຍຂົງເຂດອື່ນໆ, ໃນນັ້ນມີກະຈາຍສຽງໂທລະພາບ. ພວກຂ້າພະເຈົ້າປາດຖະໜາວ່າ ການເດີນທາງໄປຢ້ຽມຢາມຄັ້ງນີ້ຂອງຄະນະຜູ້ແທນ ຈະໄດ້ຮ່ຳຮຽນເອົາບົດຮຽນໃນການຫັນເປັນດີຈີຕອນ ແລະ ວິທີເຮັດວຽກກຂອງບັນດານັກຂ່າວ ອິດສະຣາແອັນ ໃນໄລຍະຫັນເປັນດີຈີຕອນປະຈຸບັນ. ຫວັງວ່າ, 2 ຝ່າຍສາມາດຮ່ວມມືແລກປ່ຽນດ້ານຂ່າວ, ບົດ, ພິເສດແມ່ນໃນຂົງເຂດດົນຕີ, ບັນເທິງ, ເພື່ອໃຫ້ມະຫາຊົນຂອງ 2 ປະເທດມີຄວາມເຂົ້າໃຈກ່ຽວກັບດ້ານວັດທະນະທຳຂອງກັນຫຼາຍກວ່າອີກ”.

        ຕາມທ່ານເອກອັກຄະລັດຖະທູດ Yaron Mayer ແລ້ວ, VOV ໄດ້ອອກອາກາດດ້ວຍຫຼາຍພາສາຕ່າງປະເທດ, ສະນັ້ນ, ບັນດາຊາວຕ່າງປະເທດອາໄສຢູ່ ຫວຽດນາມ ຄືທ່ານເອງສາມາດອັບເດັດຂໍ້ມູນຂ່າວສານຢ່າງທັນການ. ພ້ອມທັງໃຫ້ຮູ້ວ່າ, ຈະສືບຕໍ່ເຊື່ອມຕໍ່ໃນອະນາຄົດເພື່ອໃຫ້ 2 ຝ່າຍສາມາດປະຕິບັດການແລກປ່ຽນນັກຂ່າວເຊິ່ງກັນ ແລະ ກັນ ແນໃສ່ຮ່ຳຮຽນເອົາບົດຮຽນຂອງກັນໃນຂົງເຂດສື່ມວນຊົນ, ພິເສດແມ່ນໃນສະພາບການຫັນເປັນດີຈີຕອນ.

ຕອບກັບ

ຂ່າວ/ບົດ​ອື່ນ