ການຮ່ວມມືປ້ອງກັນ ຄວາມສະງົບທາງ ເຄືອຂ່າຍອີນເຕີແນດ - ເນື້ອໃນສຳຄັນຂອງການເຈລະຈາ ຍີ່ປຸ່ນ - ອາເມລິກາ
(ພາບ: AFP)
(vovworld) - ທ່ານລັດຖະມົນຕີກະຊວງປ້ອງກັນປະເທດຍີ່ປຸ່ນ Itsunori Onodera ແລະ ຄູ່ຮ່ວມຕຳແໜ່ງອາເມລິກາ Chuck Hagel ເຫັນດີຕໍ່ຂອບເຂດການຮ່ວມມື 2 ຝ່າຍ ເພື່ອແລກປ່ຽນບັນດາມາດຕະການຕ້ານການບຸກໂຈມຕີທາງເຄືອຂ່າຍອີນເຕີແນດ ແນໃສ່ບັນດາອົງການ ແລະ ອົງການຈັດຕັ້ງຂອງລັດຖະບານ, ໃນການເຈລະຈາເມື່ອວັນທີ 03 ຕຸລາ, ຢູ່ໂຕກຽວ. ນອກຈາກນັ້ນ, ຫົວໜ້າກະຊວງປ້ອງກັນປະເທດ 2 ປະເທດກໍ່ປຶກສາຫາລືກ່ຽວກັບບັນຫາທະຫານອາເມລິກາ ຕັ້ງຄ້າຍຢູ່ເກາະ Okinawa, ພາກໃຕ້ຂອງຍີ່ປຸ່ນ, ໃນນັ້ນມີເລື່ອງມອບທີ່ດິນ ແລະ ຮາກຖານຢູ່ຖານທີ່ໝັ້ນທັບອາກາດ Kadena ຂອງທະຫານອາເມລິກາ ຄືນໃໝ່ໂດຍໄວ.
ກ່ອນການເຈລະຈາ, ທ່ານລັດຖະມົນຕີ Onodera ກໍ່ໃຫ້ຮູ້ວ່າ 2 ຝ່າຍກໍ່ຈະປຶກສາຫາລືທັດສະນະກ່ຽວກັບສະພາບຄວາມສະຫງົບຄວາມປອດໄພຢູ່ອ້ອມປະເທດຍີ່ປຸ່ນ, ໃນນັ້ນມີບັນຫາຄວາມສະຫງົບປອດໄພໃນແຫຼມເກົາຫຼີ.