ການຮ່ວມມືລັດເຊຍ - ຕວກກີ ບັນລຸໄດ້ໝາກຜົນຕັ້ງໜ້າຫຼາຍຢ່າງ
(VOVWORLD) - ທ່ານປະທານາທິບໍດີ Vladimir Putin ແບ່ງປັນວ່າ: ການພົວພັນລະຫວ່າງ ລັດເຊຍ ແລະ ຕວກກີ ພວມພັດທະນາບົນພື້ນຖານນ້ຳໃຈມິດຕະພາບ ຖານບ້ານໃກ້ເຮືອນຄຽງທີ່ສະໜິດສະໜົມ
ທ່ານ Recep Tayyip Erdogan, ປະທານາທິບໍດີ ຕວກກີ ແລະ ທ່ານປະທານາທິບໍດີ ລັດເຊຍ Vladimir Putin
(ພາບເອກະສານ:AFP/TTXVN)
|
ວັນທີ 29 ຕຸລາ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ສົ່ງໂທລະເລກ ອວຍພອນເຖິງຄູ່ຕຳແໜ່ງ ຕວກກີ, ທ່ານ Recep Tayyip Erdogan ເນື່ອງໃນໂອກາດສະເຫຼີມສະຫຼອງ 100 ປີແຫ່ງວັນຖະແຫຼງປະກາດສ້າງຕັ້ງປະເທດ ຕວກກີ, ໃນນັ້ນ ໄດ້ສະແດງຄວາມເຊື່ອໝັ້ນວ່າ ການພົວພັນລະຫວ່າງສອງປະເທດຈະສືບຕໍ່ພັດທະນາ.
ທ່ານປະທານາທິບໍດີ Vladimir Putin ແບ່ງປັນວ່າ: ການພົວພັນລະຫວ່າງ ລັດເຊຍ ແລະ ຕວກກີ ພວມພັດທະນາບົນພື້ນຖານນ້ຳໃຈມິດຕະພາບ ຖານບ້ານໃກ້ເຮືອນຄຽງທີ່ສະໜິດສະໜົມ, ເຊິ່ງເຄີຍໄດ້ຮັບການຢັ້ງຢືນຢ່າງຄົບຖ້ວນຜ່ານການພົບປະຂັ້ນສູງ Sochi. ຕາມການນຳລັດເຊຍແລ້ວ, ການຮ່ວມມືສອງຝ່າຍໃນຫຼາຍຂົງເຂດພວມບັນລຸໄດ້ໝາກຜົນຕັ້ງໜ້າຫຼາຍຢ່າງ, ບັນດາໂຄງການລວມໃຫຍ່ໄດ້ຜັນຂະຫຍາຍຢ່າງມີລະບົບ, ນອກຈາກນັ້ນ, ສອງປະເທດໄດ້ສົມທົບກັນຢ່າງມີປະສິດທິຜົນໃນການແກ້ໄຂບັນດາບັນຫາສຳຄັນຂອງໂຄງການດຳເນີນງານພາກພື້ນ ແລະ ທົ່ວໂລກ.