ທ່ານ ຫວໍວັນເຖືອງ ແລະ ທ່ານ ລືວຈີ໋ປາວ
(vovworld) – ຕອນບ່າຍວັນທີ 13/01, ຢູ່ຫໍຮັບແຂກ ແກ້ວກີ່ຫາຍ, ທ່ານ ຫວໍວັນເຖືອງ ຫົວໜ້າຄະນະໂຄສະນາສຶກສາສູນກາງ ມີການພົບປະ, ເຮັດວຽກກັບທ່ານ ລືວຈີ໋ປາວ ຫົວໜ້າຄະນະໂຄສະນາສູນກາງພັກກອມມູນິດ ຈີນ. ທີ່ການພົບປະ 2 ຝ່າຍຢືນຢັນວ່າ ຢືດໝັ້ນຊຸກຍູ້ການຮ່ວມມືລະຫວ່າງ 2 ຄະນະ, ແລກປ່ຽນກ່ຽວກັບບັນດາຈຸດສຸມຮ່ວມມືໃນວຽກງານໂຄສະນາສຶກສາ, ບາງມາດຕະການຍົກສູງປະສິດທິຜົນການຮ່ວມມືລະຫວ່າງ 2 ຝ່າຍໃນປີ 2017. 2 ຝ່າຍສະແດງຄວາມເບີກບານມ່ວນຊື່ນກ່ຽວກັບໝາກຜົນແຫ່ງການເຈລະຈາລະຫວ່າງເລຂາທິການໃຫຍ່ 2 ທ່ານ ດ້ວຍເນື້ອໃນຫລາຍຢ່າງທີ່ມີຄວາມໝາຍກຳນົດທິດຊີ້ນຳການຮ່ວມມືລະຫວ່າງ 2 ພັກ, 2 ລັດ ເພື່ອເປັນພື້ນຖານໃຫ້ແກ່ບັນດາການເຄື່ອນໄຫວຮ່ວມມືໃນຂົງເຂດໂຄສະນາສຶກສາຂອງ 2 ຝ່າຍ. 2 ຝ່າຍເນັ້ນໜັກວ່າ ບັນດາມາດຕະການເພີ່ມທະວີການພົບປະແລກປ່ຽນ, ການຮ່ວມມືລະຫວ່າງບັນດາສຳນັກຂ່າວສານ, ແບ່ງປັນບົດຮຽນຄຸ້ມຄອງຂໍ້ມູນຂ່າວໃນທາງອິນເຕີແນັດ, ເພີ່ມທະວີການແລກປ່ຽນ, ຮ່ວມມືດ້ານວັດທະນະທຳ, ການຮຶກສາ, ພົບປະແລກປ່ຽນຊາວໜຸ່ມ, ຜ່ານນັ້ນ ເພີ່ມທະວີຄວາມເຂົ້າໃຈ ແລະ ປັບປຸງພື້ນຖານສັງຄົມສະດວກເພື່ອໃຫ້ການພົວພັນ ຫວຽດນາມ - ຈີນ ພັດທະນາຢ່າງປອດໃສ, ມີສະຖຽນລະພາບ, ຍາວນານ ເພື່ອຜົນປະໂຫຍດຂອງປະຊາຊົນ 2 ປະເທດ. 2 ຝ່າຍກໍ່ແລກປ່ຽນກ່ຽວກັບວຽກງານສົມທົບກັນຈັດຕັ້ງກອງປະຊຸມສຳມະນາແລກປ່ຽນທິດສະດີຄັ້ງທີ 13 ລະຫວ່າງ 2 ພັກຢູ່ ຈີນ ໃນປີ 2017.