ການານາ ກ່າວປະນາມຕໍ່ເຫດການ ພົນລະເມືອງຂອງປະເທດນີ້ ຖືກລອກຈັບຕົວ ແລະ ເຂັ່ນຂ້າ ຢູ່ Burkina Faso

(VOVWORLD) -Ottawa  ພວມເຮັດວຽກກັບລັດຖະບານ Burkina Faso ແລະບັນດາຄູ່ຮ່ວມມືສາກົນອື່ນ ເພື່ອແນໃສ່ນໍາບັນດາຕົວການມາຮັບຜິດຊອບຕໍ່ໜ້າກົດໝາຍ.
ການານາ ກ່າວປະນາມຕໍ່ເຫດການ ພົນລະເມືອງຂອງປະເທດນີ້ ຖືກລອກຈັບຕົວ ແລະ ເຂັ່ນຂ້າ ຢູ່ Burkina Faso - ảnh 1ທ່ານ Kirk Woodman ຜູ້ທີ່ຖືກລອກຈັບຕົວ ແລະ ເຂັ່ນຂ້າ  (ພາບ:  National Post)

ວັນທີ 17 ມັງກອນ, ການາດາ ໄດ້ກ່າວປະນາມ ແລະ ສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງກ່ຽວກັບກໍລະນີທ່ານ Kirk Woodman ນັກທໍລະນີສາດ ເຊິ່ງແມ່ນພົນລະເມືອງຂອງປະເທດນີ້, ໄດ້ພົບເຫັນໃນສະພາບຖືກເສຍຊີວິດ ພາຍຫຼັງຖືກລອກຈັບຕົວໃນວັນທີ 15 ມັງກອນ ທີ່ຜ່ານມາ ຢູ່ ບໍ່ຄໍາ ຂຶ້ນກັບເຂດຂາດສະຖຽນລະພາບ ຢູ່ Burkina Faso. ໃນການຖະແຫຼງການ, ທ່ານ Chrystia Freeland ລັດຖະມົນຕີການຕ່າງປະເທດ ການາດາ ໃຫ້ຮູ້ວ່າ ການາດາ ໄດ້ກ່າວປະນາມ ບັນດາເປົ້າໝາຍ ທີ່ມີ “ການກະທໍາຢ່າງໂຫດຮ້າຍປ່າເຖື່ອນ ດັ່ງກ່າວ”, ພ້ອມທັງເນັ້ນໜັກວ່າ Ottawa  ພວມເຮັດວຽກກັບລັດຖະບານ Burkina Faso ແລະບັນດາຄູ່ຮ່ວມມືສາກົນອື່ນ ເພື່ອແນໃສ່ນໍາບັນດາຕົວການມາຮັບຜິດຊອບຕໍ່ໜ້າກົດໝາຍ.


ຕອບກັບ

ຂ່າວ/ບົດ​ອື່ນ