ເກາະຮ່ວາງຊາ
ພາບ:internet
|
(vovworld)- ສູນສຳເນົາເອກະສານແຫ່ງຊາດ 4 ພວມແປ່ ແລະ ຮຽບຮຽງເອກະສານລ້ຳຄ່າຫລາຍຢ່າງເພື່ອຜະລິດປື້ມ ຮ່ວາງຊາ ແລະ ເຈື່ອງຊາ ໃນແມ່ພິມດ້ວຍໄມ້ໃນສະໄຫມລາຊະວົງ ຫງວຽນ. ນອກຈາກເອກະສານແມ່ພິມດ້ວຍໄມ້ໃນສະໄຫມລາຊະວົງ ຫງວຽນ ທີ່ຊອກມາໄດ້ກ່ອນນີ້ ໂດຍຢືນຢັນອະທິປະໄຕຂອງ ຫວຽດນາມ ທີ່ມີຕໍ່ໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາ, ສູນສຳເນົາເອກະສານແຫ່ງຊາດ 4 ຍັງຊອກເຫັນເອກະສານອື່ນບາງຢ່າງທີ່ກ່ຽວຂ້ອງເຖິງທະເລ ແລະ ໝູ່ເກາະໃນຈຳນວນແມ່ພິມດ້ວຍໄມ້ 35.000 ແຜ່ນໃນສະໄຫມລາຊະວົງຫງວຽນ ທີ່ພວມຮັກສາຢູ່ສູນດັ່ງກ່າວ. ເລື່ອງຮຽບຮຽງປື້ມ ແລະ ປະກາດບັນດາເອກະສານອັນລ້ຳຄ່າດັ່ງກ່າວ ບໍ່ພຽງແຕ່ມີຄຸນປະໂຫຍດອັນໃຫຍ່ຫລວງສຳລັບວິຊາການຄົ້ນຄ້ວາເທົ່ານັ້ນ ຫາກຍັງປະກອບສ່ວນສຳຄັນເຂົ້າໃນການປົກປັກຮັກສາອະທິປະໄຕທະເລ ແລະ ໝູ່ເກາະແຫ່ງຊັກກະລະບູຊາຂອງປະເທດຊາດ ອີກດ້ວຍ.
ກ່ຽວຂ້ອງເຖິງເຂດທະເລ ແລະ ໝູ່ເກາະ, ຕອນຄຳ່ວັນທີ 1/3 ຢູ່ນະຄອນ ແຣກຢາ ແຂວງ ກຽນຢາງ ໄດ້ດຳເນີນລາຍການພົບປະແລກປ່ຽນສິລະປະທີ່ມີຫົວຂໍ້ວ່າ: “ມຸ່ງໄປເຖິງເຂດຊາຍແດນ, ເຂດທະເລໝູ່ເກາະບ້ານເກີດເມືອງນອນ”. ນີ້ເປັນຄັ້ງທຳອິດການເຄື່ອນໄຫວໂຄສະນາກ່ຽວກັບເຂດຊາຍແດນ, ເຂດທະເລ ແລະ ໝູ່ເກາະ ມີຂອບຂະຫນາດໃຫຍ່ໄດ້ຮັບການຈັດຕັ້ງຂຶ້ນຢູ່ທາງທິດຕາເວັນຕົກພາກໃຕ້. ພັນເອກ ເຈີນວັນຖິ່ນ ກຳມະການການເມືອງ ຕຳຫລວດປ້ອງກັນທະເລ ເຂດ 4 ໃຫ້ຮູ້ວ່າ:
“ອາດຈະເວົ້າໄດ້ວ່າ ນີ້ແມ່ນລາຍການສຳຄັນ ມີຄວາມໝາຍອັນໃຫຍ່ຫລວງ ສະແດງໃຫ້ເຫັນຄວາມເອົາໃຈໃສ່ຂອງພັກ, ລັດ ທີ່ມີຕໍ່ບັນດານັກຮົບຢູ່ເຂດຊາຍແດນ, ທະເລ ແລະ ໝູ່ເກາະ, ສ້າງຄວາມໄວ້ເນື້ອເຊື່ອໃຈໃຫ້ແກ່ພະນັກງານ, ນັກຮົບ. ລາຍການຍັງແມ່ນການໂຄສະນາກ່ຽວກັບຊີວິດ, ການຮຳ່ຮຽນ, ຕໍ່ສູ້ຂອງກຳລັງປະກອບອາວຸດຢູ່ເຂດຊາຍແດນ, ທະເລ ແລະ ຫມູ່ເກາະ ເພື່ອໃຫ້ປະຊາຊົນມີຄວາມເຂົ້າໃຈກ່ຽວກັບພວກ