ການເຄື່ອນໄຫວຂອງທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນຢູ່ ອິນເດຍ
(vovworld) – ຕອນບ່າຍວັນທີ 10/12, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ພົບປະກັບທ່ານປະທານາທິບໍດີ ອິນເດຍ Pranab Mukherjee. ນະທີ່ນີ້, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຢັ້ງຢືນວ່າ: ຫວຽດນາມ ຍາມໃດກໍ່ສະໜັບສະໜູນ “ນະໂຍບາຍມຸ່ງໄປສູ່ທິດຕາເວັນອອກ” ແລະ ການເພີ່ມທະວີການມີໜ້າ, ເຊື່ອມຕໍ່ຂອງ ອິນເດຍ ຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້, ສະໜັບສະໜູນ ອິນເດຍ ມີທີ່ຕັ້ງບົດບາດເໝາະສົມໃນປະຊາຄົມໂລກ. ເນື່ອງໃນໂອກາດນີ້, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ຂອບອົກຂອບໃຈ ແລະ ຕີລາຄາສູງຫຼັກໝັ້ນຕັ້ງໜ້າຂອງ ອິນເດຍ ກ່ຽວກັບບັນຫາທະເລຕາເວັນອອກ.
ທ່ານປະທານາທິບໍດີ ອິນເດຍ Pranab Mukherjee ແລະ ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ
(ພາບ: ສຳນັກຂ່າວສານ ຫວຽດນາມ)
|
ສ່ວນ ທ່ານປະທານາທິບໍດີ ອິນເດຍ Pranab Mukherjee ຖືວ່າ: ອິນເດຍ ແລະ ຫວຽດນາມ ຕ້ອງເພີ່ມທະວີການຮ່ວມມືດ້ານເສດຖະກິດ, ຍູ້ແຮງບັນດາມາດຕະການສົ່ງເສີມແລກປ່ຽນການຄ້າ, ສ້າງສະພາບແວດລ້ອມແຫ່ງການລົງທຶນສະດວກໃຫ້ບັນດານັກລົງທຶນ, ປະຕິບັດຄາດໝາຍນຳວົງເງິນການຄ້າ 2 ສົ້ນບັນລຸ 15 ຕື້ USD ໃນປີ 2020 ຄືການນຳ 2 ປະເທດເປັນເອກະພາບນຳກັນປະສົບຜົນສຳເລັດ.
ແລະກໍ່ໃນວັນທີ 10/12, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ມີການພົບປະກັບສະມາຊິກກອງທຶນ ອິນເດຍ ຢູ່ນະຄອນຫຼວງ ນີວເດລີ. ກ່າວຄຳເຫັນທີ່ການພົບປະ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຫວັງວ່າ: ໄລຍະຈະມາເຖິງ, 2 ປະເທດຈະເປີດກ້ວາງການຮ່ວມມືໃນບັນດາຂົງເຂດໃໝ່ຄື: ນຳໃຊ້ພະລັງງານປະລະມານູເພື່ອຈຸດປະສົງສັນຕິພາບ, ຄົ້ນຄ້ວາ ແລະ ນຳໃຊ້ອາວະກາດເພື່ອຈຸດປະສົງສັນຕິພາບ, ພະລັງງານຜະລິດຄືນໃໝ່, ນຳໃຊ້ອຸປະກອນປະຢັດໄຟຟ້າ…
ແລະກໍ່ໃນວັນດຽວກັນ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ຕ້ອນຮັບທ່ານ Dinesh Kumar Sarraf, ປະທານ, ຜູ້ອຳນວຍການບໍລິຫານບໍລິສັດນ້ຳມັນອາຍແກັດ ອິນເດຍ ONGC Videsh. ທີ່ການຕ້ອນຮັບ, ຜູ້ຕາງໜ້າບໍລິສັດ ONGC Videsh ຫວັງວ່າ ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ສະໜັບສະໜູນບັນດາໂຄງການຂຸດຄົ້ນນ້ຳມັນອາຍແກັດຢູ່ ຫວຽດນາມ, ພ້ອມທັງເພີ່ມທະວີການຮ່ວມມືກັບບໍລິສັດນ້ຳມັນອາຍແກັດ ຫວຽດນາມ ກ່ວາອີກ.