(vovworld) - ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມ APEC 2012, ທ່ານປະທານປະເທດຫວຽດນາມ Truong Tan Sang ໄດ້ມີການພົບປະກັບຜູ້ຕາງໜ້າຜູ້ມີອຳນາດເຕັມຂອງທ່ານປະທານາທິບໍດີລັດເຊຍ ຢູ່ເຂດຕາເວັນອອກໄກ ທັງເປັນລັດຖະມົນຕີຮັບຜິດຊອບການພັດທະນາເຂດຕາເວັນອອກໄກ Viktor Ishayev ແລະ ຂ້າຫຼວງເຂດ Primorie ທ່ານ Vladimir Miklushevsky. ທີ່ການແລກປ່ຽນກັບທ່ານ Viktor Ishayev, ທ່ານປະທານປະເທດ Truong Tan Sang ຖືວ່າ ຫວຽດນາມ ແລະ ສະຫະພັນລັດເຊຍ ປາດຖະໜາຢາກຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດ, ໃນນັ້ນມີເຂດຕາເວັນອອກໄກ, ເພາະນີ້ແມ່ນເຂດທີ່ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງເຊິ່ງລັດເສຍ ມີນະໂຍບາຍພັດທະນາໄລຍະຍາວຮອດປີ 2025. ທ່ານປະທານປະເທດ Truong Tan Sang ກໍສະເໜີບັນດາໂອກາດຮ່ວມມືໃນຕໍ່ໜ້າຄື ສ້າງສາຍການບິນໂດຍກົງລະຫວ່າງຫວຽດນາມ ແລະ ເຂດຕາເວັນອອກໄກ ສ້າງຄວາມສະດວກໃຫ້ການແລກປ່ຽນຄ້າຂາຍ. ພ້ອມກັບການຮ່ວມມືຂຸດຂົ້ນດ້ານນ້ຳມັນອາຍແກດ, ຫວຽດນາມ ປາດຖະໜາ ຢາກລົງທຶນໂດຍກົງ ແລະ ສ້າງຕັ້ງບັນດາບໍລິສັດຮ່ວມທຸລະກິດເພື່ອຜະລິດ, ຂຸດຄົ້ນປຸງແຕ່ງບັນດາຜະລິດຕະພັນເຊິ່ງຫວຽດນາມ ມີທ່າແຮງຄື້ ຂຸດຄົ້ນບໍ່ແຮ່, ປຸງແຕ່ງເຄື່ອງເຟີນິເຈີ, ຜະລິດຕະພັກກະເສດ, ເຄື່ອງປ່າຂອງດົງ ແລະ ສິນໃນນ້ຳ… ພ້ອມກັນນັ້ນ, ຫວຽດນາມ ໄດ້ກຽມພ້ອມຕ້ອນຮັບບັນດາວິສາຫະກິດຂອງລັດເຊຍເວົ້າລວມ ແລະ ເຂດຕາເວັນອອກໄກເວົ້າສະເພາະ ມາລົງທຶນດຳເນີນທຸລະກິດຢູ່ຫວຽດນາມ. ສ່ວນທ່ານ Viktor Ishayev ໄດ້ຕີລາຄາສູງຄວາມເອົາໃຈໃສ່ຮ່ວມມືລົງທຶນຂອງຫວຽດນາມ ເຂົ້າຂົງເຂດ ແລະ ຢືນຢັນວ່າ ລັດເຊຍ ພວມຊອກຫາເປີດກວ້າງຄູ່ຮ່ວມມືໃນນັ້ນ ຊຸມໃສ່ເຂົ້າໃນເຂດອາຊີ - ປາຊີຝິກ. ທ່ານ Viktor Ishayev ໄດ້ເຫັນດີຕໍ່ເລື່ອງເບີດສາຍການບິນໂດຍກົງລະຫວ່າງຫວຽດນາມ - Vladivostok, ພ້ອມກັນນັ້ນ ກໍແນະນຳຄວາມສາມາດບົ່ມຊ້ອນແງ່ຫວັງໃນການຮ່ວມມື ໂດຍສະເພາະແມ່ນຂຸດຄົ້ນສົ່ງອອກນ້ຳມັນເຊື້ອໄຟ, ປຸງແຕ່ງເຄື່ອງເຟີນິເຈີ, ເຄື່ອງປ່າຂອງດົງ ແລະ ສິນໃນນ້ຳ…
ໃນການຕ້ອນຮັບທ່ານ Vladimir Miklushevsky, ທ່ານປະທານປະເທດ Truong Tan Sang ໄດ້ເນັ້ນໜັກວ່າ ເລື່ອງເປີດກວ້າງ ແລະ ເພີ່ມທະວີການຮ່ວມມືລະຫວ່າງພາກພື້ນກັບຄູ່ຮ່ວມມືຫວຽດນາມ ຈະປະກອບສ່ວນເຂົ້າໃນການພັດທະນາຂອງເຂດ Primorie ເວົ້າສະເພາະ ກໍຄືປັບປຸງນ້ຳໃຈມິດຕະພາບລະຫວ່າງສອງປະເທດເວົ້າລວມ.