ທ່ານຮອງນາຍົກລັດຖະມົນຕີ ຟ້າມບີງມີງ ແລະ ທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ
(vovworld) – ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 49 (AMM - 49) ແລະ ບັນດາກອງປະຊຸມກ່ຽວຂ້ອງຢູ່ນະຄອນຫຼວງ ວຽງຈັນ, ປະເທດລາວ, ຕອນບ່າຍວັນທີ 22/7/2016, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີ່ງມິງ ໄດ້ເຂົ້າຢ້ຽມຂ່ຳນັບທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ ແລະ ທ່ານຮອງປະທານປະເທດ, ຜູ້ປະຈຳການຄະນະເລຂາສູນກາງພັກປະຊາຊົນປະຕິວັດລາວ ພັນຄຳ ວິພາວັນ. ທີ່ການພົບປະ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບີ່ງມິງ ໃຫ້ຮູ້ວ່າ: ການນຳຂັ້ນສູງ ຫວຽດນາມ ຕີລາຄາສູງເລື່ອງທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ແລະ ທ່ານຮອງປະທານປະເທດ, ຜູ້ປະຈຳການຄະນະເລຂາສູນກາງ ພັນຄຳ ວິພາວັນ ເລືອກ ຫວຽດນາມ ເປັນປະເທດມາຢ້ຽມຢາມທຳອິດ, ມັນສະແດງໃຫ້ເຫັນການຖືເປັນສຳຄັນຂອງພັກ, ລັດ ແລະ ລັດຖະບານລາວ ກໍ່ຄືໃນນາມສ່ວນຕົວ 2 ທ່ານສຳລັບການພົວພັນທີ່ເປັນມູນເຊື້ອ ແລະ ນ້ຳໃຈມິດຕະພາບແບບພິເສດ ຫວຽດນາມ - ລາວ. ທ່ານຮອງນາຍົກລັດຖະມົນຕີ ຟ້າມບີ່ງມີງ ຢັ້ງຢືນວ່າກະຊວງການຕ່າງປະເທດ ຫວຽດນາມ ແລະ ລາວ ກໍ່ຄືບັນດາກະຊວງ, ຂະແໜງການ 2 ປະເທດພວມຕັ້ງໜ້າສົມທົບກັນເພື່ອຈັດຕັ້ງບັນດາການເຄື່ອນໄຫວສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ 40 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ ໃນປີ 2017. 2ຝ່າຍກໍ່ພວມເພີ່ມທະວີການພົວພັນຮ່ວມມືອັນດີງາມຢູ່ບັນດາເວທີປາໄສຫຼາຍຝ່າຍ, ພິເສດແມ່ນໃນຂອບເຂດການຮ່ວມມືຂອງ ອາຊຽນ, ກໍ່ຄືບັນດາເວທີປາໄສພາກພື້ນ ແລະ ສາກົນ.