ການເຄື່ອນໄຫວຂອງນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸງຢູ່ບຸນກາຣີ

ການເຄື່ອນໄຫວຂອງນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸງຢູ່ບຸນກາຣີ - ảnh 1
ການ​ເຈ​ລະ​ຈາ​ລະ​ຫວ່າງ ນາ​ຍົກ​ລັດ​ຖະ​ມົນ​ຕີ ແລະ ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ
2 ປະ​ເທດ
(ພາບ: VGP/Nhật Bắc)


(vovworld) - ຕອນ​ຄຳ່​ວັນ​ທີ 5/6 ຕາມ​ເວລາ​ຫວຽດນາມ, ຢູ່​ນະຄອນຫຼວງ Sofia, ທ່ານນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ​ໄດ້​ມີ​ການ​ພົບ​ປະ​ເຈລະຈາ​ກັບ​ປະທານາທິບໍດີ ບຸນ​ກາຣີ Rosen Plevneliev. ທ່ານນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ​ໄດ້​ແຈ້ງ​ໃຫ້ ປະທານາທິບໍດີ Rosen Plevneliev ກ່ຽວ​ກັບໝາກຜົນ​ຂອງ​ການ​ເຈລະຈາ​ກັບ​ທ່ານ​ນາຍົກລັດຖະມົນຕີ Bovko Borisov. ປະທານາທິບໍດີ Rosen Plevneliev​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ກັບ ທ່ານນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ​ວ່າ, ສອງ​ປະ​ເທດ​ຄວນ​ຍູ້​ແຮງ​ການ​ຮ່ວມ​ມື​ທາງ​ດ້ານ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ, ການ​ປ້ອງ​ກັນຊາ​ດ - ປ້ອງ​ກັນ​ຄວາມ​ສະຫງົບ, ວິທະຍາສາດ - ​ເຕັກ​ໂນ​ໂລ​ຢີ, ການ​ສຶກສາ​ບຳລຸງ​ສ້າງ, ວັດທະນະທຳ, ການທ່ອງທ່ຽວ ກໍ່​ຄື​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ​ທ້ອງ​ຖີ່​ນຂອງ​ສອງ​ປະ​ເທດ ​ເພື່ອ​ແນ​ໃສ່​ນຳ​ການ​ພົວພັນ​ຫວຽດນາມ - ບຸນ​ກາຣີ ຂຶ້ນ​ສູ່​ລະດັບ​ສູງ​ໃໝ່, ມຸງ​ໄປ​​ເຖິງ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ໃນ​ອະນາຄົດ. ປະທານາທິບໍດີ Rosen Plevneliev ຢືນຢັນ​ວ່າ, ບຸນ​ກາຣີສະໜັບສະໜູນ​ເລື່ອງ​ເພີ່ມ​ທະວີ​ການ​ພົວພັນ​ລະຫວ່າງ​ຫວຽດນາມ - ອີ​ຢູ ກໍ່​ຄື​ເລື່ອງ​ສຳ​ເລັດ ​ແລະ ລົງ​ນາມ​ໃນ​ສັນຍາ​ການ​ຄ້າ​ຫວຽດນາມ - ອີ​ຢູ ​ໂດຍ​ໄວ, ພ້ອມ​ທັງ​ສະໜັບສະໜູນ​ຫຼັກ​ໝັ້ນ​ຂອງ​ຫວຽດນາມ​ໃນ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ.

ຕອນ​ຄຳ່​ວັນ​ທີ 5/6, ຢູ່​ນະຄອນຫຼວງ Sofia, ທ່ານນາຍົກລັດຖະມົນຕີ

ຫງວຽນ​ເຕິ໋ນຢຸງ ​ໄດ້​ເປັນ​ເຈົ້າພາບ​ການ​​ໂອ້​ລົມ​ສົນທະນາ​ກັບ​ວິ​ສາ​ຫະກິດ​ຫວຽດນາມ - ບຸນ​ກາຣີ. ກ່າວ​ຄວາມ​ເຫັນ​ຢູ່​ທີ່​ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ, ຊີ້​ແຈ້ງວ່າ:

        “ຂ້າພະ​ເຈົ້າ ​ແລະ ທ່ານ​ນາຍົກລັດຖະມົນຕີບຸນກາຣີຫາ​ກໍ່​ມີ​ການ​ເຈລຈາ​ສຳ​ເລັດ​ຜົນ. ທັງ​ສອງ​ຝ່າຍ​ໄດ້​ເຫັນ​ດີ​ຈະ​ສ້າງ​ທຸກ​ເງື່ອນ​ໄຂ​ສະດວກ​ເພື່ອ​ໃຫ້​ວິ​ສາ​ຫະກິດ​ສອງ​ປະ​ເທດ​ເພີ່ມ​ທະວີ​ການ​ຮ່ວມ​ມື​ຢ່າງ​ແທດ​ຈິງ, ມີ​ປະສິດທິ​ຜົນ​ໃນ​ທຸກ​ຂົງ​ເຂດ ​ເຊິ່ງທັງ​ສອງ​ຝ່າຍ​ມີ​ຄວາມ​ຕ້ອງການ, ມີ​ທ່າ​ແຮງ, ​ເພື່ອ​ພ້ອມ​ກັນ​ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດ​ໃຫ້​ທັງ​ສອງ​ຝ່າຍ“.

        ທ່ານນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ສົ່ງ​ເສີມ​ວິ​ສາ​ຫະກິດ​ບຸນ​ກາຣີ ຍູ້​ແຮງ​ການ​ລົງທຶນ​ເຂົ້າ​ຫວຽດນາມ​ໃນ​ບັນດາ​ໂຄງການ​ກະ​ສິກຳ, ສາທາລະນະ​ສຸກ, ພະລັງງານ​ສະອາດ, ກົນ​ຈັກ; ພ້ອມ​ທັງ​ສະ​ເໜີ​ບັນ​ດວິ​ສາ​ຫະກິດ​ຫວຽດນາມ​ເພີ່ມ​ທະວີ​ການ​ສົ່ງ​ອອກ​ບັນດາ​ຜະລິດ​ຕະພັນ​ມີ​ທ່າ​ແຮງ​ເຊັ່ນ: ຜະລິດ​ຕະພັນ​ກະ​ເສດ, ​ເຄື່ອງ​ເອ​ເລກ​ໂຕ​ນິກ, ​ເຄື່ອງ​ຕຳ​ແຜ່ນ​ຕັດຫຍິບ…

        ຕອນ​ບ່າຍ​ວັນ​ດຽວ​ກັນ, ​ໃນ​ການ​ພົບ​ປະ​ເຈລະຈາ​ກັບ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ບຸນ​ກາຣີ Tseska Tsacheva ທ່ານນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ສະ​ແດງ​ຄວາມ​ຫວັງ​ວ່າ, ສະພາ​ແຫ່ງ​ຊາດ​ບຸນ​ກາຣີ ຈະ​ສືບ​ຕໍ່​ຕັ້ງໜ້າ​ປະກອບສ່ວນ​​ເຂົ້າ​ໃນ​ສາຍ​ພົວພັນ​ຮ່ວມ​ມື​ທຸກ​ດ້ານ​ລະຫວ່າງ​ສອງ​ປະ​ເທດ. ສອງ​ຝ່າຍ​ຢືນຢັນ​ຈະ​ສືບ​ຕໍ່​ສົມທົບ​ກັນ ​ແລະ ສະໜັບສະໜູນ​ເຊິ່ງກັນ ​ແລະ ກັນ​ໃນ​ຂອບ​ເຂດ​ຮ່ວມ​ມື​ຫຼາຍ​ຝ່າຍ, ​ໂດຍ​ສະ​ເພາະ​ແມ່ນ​ຢູ່​ສະຫະ​ປະຊາ​ຊາດ.


ຂ່າວ/ບົດ​ອື່ນ