(vovworld) – ຕອນຄໍ່າວັນທີ 10/11, ຢູ່ປັກກິງ, ປະເທດຈີນ, ທ່ານປະທານປະເທດຫວຽດນາມ ເຈືອງເຕີນຊາງ ໄດ້ເຂົ້າຮ່ວມງານລ້ຽງ ແລະ ລາຍການສະແດງສິລະປະຂໍ່ານັບຮັບຕ້ອນການນຳບັນດາພື້ນຖານເສດຖະກິດ APEC ແລະ ພັນລະຍາ, ໂດຍທ່ານປະເທດປະເທດຈີນ ສື່ຈິນຜິງ ແລະ ພັນລະຍາເປັນເຈົ້າພາບ.
ທ່ານປະທານປະເທດ ເຈືອງເຕີນຊາງ ໄດ້ພ້ອມກັບບັນດາການນຳພື້ນຖານເສດຖະກິດສະມາຊິກ APEC ຮັບຊົມບັນດາລາຍການສະແດງສິລະປະທີ່ເປັນເອກະລັກສະເພາະ, ພ້ອມກັນແບ່ງປັນທັດສະນະກ່ຽວກັບບັນດາບັນຫາພາກພື້ນ ແລະ ໂລກທີ່ຕ່າງມີຄວາມສົນໃຈ; ຢືນຢັນສືບຕໍ່ຮັກສາບົດບາດ ແລະ ທີ່ຕັ້ງຂອງ APEC, ສ້າງປະຊາຄົມອາຊີ - ປາຊີຝິກ ໃຫ້ໝັ້ນຄົງ, ພັດທະນາ ແລະ ວັດທະນາຖາວອນ.
ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມຂັ້ນສູງເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ ຄັ້ງທີ 22 (APEC 22), ວັນທີ 10/11, ທ່ານປະທານປະເທດ ເຈືອງເຕີນຊາງ ໄດ້ມີການພົບປະກັບທ່ານປະທານາທິບໍດີອາເມລິກາ Barack Obama ແລະ ທ່ານນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe, ທ່ານປະທານາທິບໍດີອິນໂດເນເຊຍ Joko Widodo, ທ່ານປະທານາທິບໍດີຈີເລ Michele Bachelet …