ການເຄື່ອນໄຫວຂອງເລຂາທິການໃຫຍ່ Nguyen Phu Trong ຢູ່ສິງຄະໂປ
ທ່ານເລຂາທິການໃຫຍ່ Nguyen Phu Trong ທີ່ສິງຄະໂປ
(ພາບ: chinhphu.vn)
(vovworld) - ໂດຍສືບຕໍ່ການຢ້ຽມຢາມ ສສິງຄະໂປ ຢ່າງເປັນທາງການ ຕາມຄຳເຊື້ອເຊີນຂອງທ່ານນາຍົກ ຫຼິ້ຊຽນຫຼົງ, ເລຂາທິການໃຫຍ່ພັກກະທຳປະຊາຊົນສິງຄະໂປ, ຕອນເຊົ້າວັນທີ 13/9, ທ່ານເລຂາທິການໃຫຍ່ Nguyen Phu Trong ໄດ້ໄປຢ້ຽມຢາມຄະນະກຳມະການພັດທະນາເສດຖະກິດສິງຄະໂປ. ກ່າວຄວາມເຫັນຢູ່ທີ່ນີ້, ທ່ານເລຂາທິການໃຫຍ່ Nguyen Phu Trong ສະແດງຄວາມປາຖະໜາຢາກສືບຕໍ່ໄດ້ຮັບການໜູນຊ່ວຍຈາກສິງຄະໂປເວົ້າລວມ ແລະ ຄະນະພັດທະນາເສດຖະກິດເວົ້າສະເພາະ. ຕາມທ່ານເລຂາທິການໃຫຍ່ແລ້ວ, ໃນຕໍ່ໜ້າ, ເມື່ອການພົວພັນລະຫວ່າງສອງປະເທດໄດ້ຮັບການຍົກຂຶ້ນເປັນຄູ່ຮ່ວມມືຍຸດທະສາດ ຈະແມ່ນກາລະໂອກາດເພື່ອໃຫ້ການພົວພັນລະຫວ່າງຄະນະກຳມະການພັດທະນາເສດຖະກິດສິງຄະໂປກັບບັນດາອົງການວາງແຜນນະໂຍບາຍຂອງຫວຽດນາມຍູ້ແຮງ ແລະ ເສີມຂະຫຍາຍປະສິດທິຜົນກວ່າອີກ. ທ່ານເລຂາທິການໃຫຍ່ເນັ້ນໜັກວ່າ, ປະເທດຫວຽດນາມພັດທະນາຈະແມ່ນຕະຫຼາດໃຫຍ່ກວ່າໃຫ້ສິງຄະໂປ ແລະ ກົງກັນຂ້າມ. ຈາກນັ້ນທ່ານເລຂາທິການໃຫຍ່ Nguyen Phu Trong ກໍ່ໄດ້ໄປຢ້ຽມຢາມສູນເຕັກໂນໂລຢີສູງ ຟູຊີໂອໂນໂປລິດ. ນະທີ່ນີ້, ທ່ານເລຂາທິການໃຫຍ່ Nguyen Phu Trong ໃຫ້ຮູ້ວ່າຈາກບົດຮຽນຂອງສິງຄະໂປ, ໃນຊຸມປີຜ່ານມາ, ຫວຽດນາມໄດ້ທາບທາມ, ເອົາໃຈໃສ່ ແລະ ລົງທຶນຢ່າງເໝາະສົມໃຫ້ແກ່ການຄົ້ນຄ້ວາ ແລະ ພັດທະນາບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນທາງດ້ານພະລັງງານໄຟຟ້າ, ວິທະຍາສາດຊີວະສາດ, ການຢາ, ເຕັກນິກຂົນສົ່ງ, ກົນຈັກຊັດເຈນ… ທ່ານຫວັງວ່າໃນໄລຍະຈະມາເຖິງບັນດາສູນຄົ້ນຄ້ວາວິທະຍາສາດຫວຽດນາມ ແລະ ສິງຄະໂປຈະມີການຮ່ວມມືນັບມື້ນັບເລິກເຊິ່ງ ກວ້າງຂວາງ ແລະ ແທດຈິງ.
ຕອນບ່າຍວັນທີ 13/9, ຢູ່ສຳນັກງານປະທານາທິບໍດີສິ່ງຄະໂປ, ທ່ານເລຂາທິການໃຫຍ່ Nguyen Phu Trong ໄດ້ມີການພົບປະເຈລະຈາກັບທ່ານປະທານາທິບໍດີສິງຄະໂປ Tony TanKeng Giam, ປະທານາທິບໍດີສິງຄະໂປ Tony TanKeng Giam ຢືນຢັນວ່າການຢ້ຽມຢາມຂອງທ່ານເລຂາທິການໃຫຍ່ Nguyen Phu Trong ແມ່ນເຫດການທີ່ມີຄວາມໝາຍສຳຄັນ ເປີດໄລຍະໃໝ່ໃນການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດ. ເມື່ອເຕື້ອງເຖິງການພົວພັນລະຫວ່າງສອງປະເທດ, ການນຳທັງສອງທ່ານຕີລາຄາສູງບັນດາບາດກ້າວພັດທະນາອັນດີງາມ ແລະ ແຂງແຮງຂອງການພົວພັນຮ່ວມມືທີ່ນັບມື້ນັບສະໜິດຕິດພັນ ແລະ ໄວ້ເນື້ອເຊື່ອໃຈລະຫວ່າງສອງປະເທດໃນຊຸມປີມໍ່ໆມານີ້ ນັບທັງການພົວພັນລະຫວ່າງພັກ, ລັດ ແລະ ປະຊາຊົນ. ການນຳທັງສອງທ່ານເຫັນດີເປັນເອກະສັນທີ່ຖືວ່າ ເລື່ອງສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດໃນປີ 2013 ແມ່ນເຫດການທີ່ມີຄວາມໝາຍສຳຄັນຍິ່ງ, ສ້າງພື້ນຖານເພື່ອຊຸກຍູ້ການພົວພັນຮ່ວມມືສອງຝ່າຍກໍ່ຄືໃນຂອບເຂດຫຼາຍຝ່າຍຢ່າງແຮງ ແລະ ກວ້າງຂວາງ, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ ການຮ່ວມມື ແລະພັດທະນາ ຢູ່ພາກພື້ນ ແລະ ຢູ່ໂລກ.