(ພາບປະກອບ:baobaclieu.vn)
(vovworld) - ໃນຊຸມວັນນີ້, ບັນດາອົງການຈັດຕັ້ງ, ຫົວໜ່ວຍ, ວິສາຫະກິດຢູ່ຫຼາຍທ້ອງຖິ່ນໃນທົ່ວປະເທດໄດ້ຈັດບັນດາການເຄື່ອນໄຫວກະກຽມບຸນເຕັດໃຫ້ຄົນທຸກຍາກ ແລະ ເປົ້າໝາຍນະໂຍບາຍ.
ໃນໂອກາດໃກ້ຈະຮອດບຸນເຕັດ, ປະຊາຊົນຊົນເຜົ່າສ່ວນໜ້ອຍຢູ່ຕາແສງຊວນກວາງ 1, ເມືອງພູດອຍດົງຊວນ, ແຂວງຟູອຽນ ໄດ້ຮັບຂອງຂັວນຈາກບັນດາຫົວໜ່ວຍ, ວິສາຫະກິດ, ຜູ້ມີໃຈບຸນໃຈກຸສົນ. ທ່ານ ເລຊວນເຟືອງ, ທະຫານເສຍອົງຄະຢູ່ບ້ານກີ່ໂລ້, ຕາແສງຊວນກວາງ 1 ໃຫ້ຮູ້ວ່າ:
“ໂດຍໄດ້ຮັບຄວາມເອົາໃຈໃສ່ຈາກພັກ, ລັດ, ຄອບຄົວຂ້າພະເຈົ້າຈະໄດ້ຕ້ອນຮັບບຸນເຕັດອັນອົບອຸ່ນ, ເບີກບານມ່ວນຊື່ນ. ທາງສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມເມືອງມອບຂອງຂວັນທີ່ມີມູນຄ່າ 500.000 ດົ່ງ“
ທາງແຂວງຟູອຽນ ໄດ້ຫັກຈາກງົບປະມານແຂວງຈຳນວນເງິນ 9 ຕື້ດົ່ງເພື່ອມອບຂອງຂວັນໃຫ້ເປົ້າໝາຍນະໂຍບາຍ, ຜູ້ມີຄຸນງາມຄວາມດີຕໍ່ປະເທດຊາດໃນແຂວງລວມ 22.000 ຄົນ.
ສ່ວນທ່ານໂດ໋ວັນຈິງ, ຮອງປະທານຄະນະກຳມະການແນວໂຮມປະເທດຊາດນະຄອນຮ່າໂນ້ຍ ໃຫ້ຮູ້ວ່າ:
“ໃນໂອກາດບຸນເຕັດ ປີມະເສງ 2013, ຄະນະພັກນະຄອນຫຼວງຮ່າໂນ້ຍ ໄດ້ ຊີ້ນຳຕ້ອງຮັບປະກັນໃຫ້ບັນດາຄອບຄົວທຸກຍາກໃນບໍລິເວນນະຄອນສາມາດໄດ້ ຕ້ອນຮັບບຸນເຕັດ. ນີ້ແມ່ນຄວາມຮັບຜິດຊອບຂອງອົງຄະນະພັກຂັ້ນຕ່າງໆ ແລະ ອຳນາດການປົກຄອງ“.