ການເຄື່ອນໄຫວຕ່າງໆຂອງທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຢູ່ຮົ່ງກົງ,ຈີນ

ການເຄື່ອນໄຫວຕ່າງໆຂອງທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຢູ່ຮົ່ງກົງ,ຈີນ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫວຽດ​ນາມ ຫງວຽນ​ຊວນ​ຟຸກ
​ພົບ​ປະ​ກັບ​ພະນັກ​ງານ, ພາລະ​ກອນ​ສະ​ຖານ​ກົງ​ສູນ​ໃຫຍ່
(ພາບ: VGP)

(vovworld) - ​ ​ໂດຍ​ສືບ​ຕໍ່​ບັນດາການ​ເຄື່ອນ​ໄຫວ​ຢູ່ ຮົ່ງກົງ, ຈີນ ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ ຈີນ ຢ່າງ​ເປັນ​ທາງ​ການ, ວັນ​ທີ 15/09 ທ່ານ​ນາຍົກລັດຖະມົນຕີ ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ມີ​ການ​ພົບ​ປະ​ກັບ​ພະນັກ​ງານ, ພາລະ​ກອນ​ສະ​ຖານ​ກົງ​ສູນ​ໃຫຍ່ ​ແລະ ຜູ້ຕາງໜ້າ​ປະຊາ​ຄົມ​ຊາວ ຫວຽດນາມ ທີ່ພວມ​ດຳລົງ​ຊີວິດ, ​ເຮັດ​ວຽກ ​ແລ​ະ ຮ່ຳຮຽນຢູ່ ຮົ່ງກົງ ​ແລະ ມາ​ເກົາ. ສະ​ແດງ​ຄວາມ​ປິ​ຕິ​ຊົມ​ຊື່ນ​ເມື່ອ​ໄດ້​ພົບ​ປະ​ກັບພໍ່​ແມ່​ປະຊາຊົນ, ປະຊາ​ຄົມ​ຊາວ ຫວຽດນາມ ທີ່ຢູ່ຫ່າງ​ໄກ​ຈາກ​ບ້ານ​ເກີດ​ເມືອງ​ນອນ, ດຳລົງ​ຊີວິດ ​ແລະ ​ເຮັດ​ວຽກ​ຢູ່ ຮົ່ງກົງ, ມາ​ເກົາ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຢືນຢັນ​ວ່າ: ພັກ, ລັດ ຍາມ​ໃດ​ກໍ່​ຖື​ປະຊາ​ຄົມຊາວ ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ, ​ໃນ​ນັ້ນ​ມີ​ພໍ່​ແມ່​ປະຊາຊົນ​ຢູ່ ຮົ່ງກົງ ​ແລະ ມາ​ເກົາ ​ແມ່ນ​ພາກສ່ວນ​ໜຶ່ງ​​ເຊິ່ງບໍ່​ສາມາດ​ຕັດ​ແຍກ​ອອກ​ຈາກ​ປະ​ເທດ​ຊາດ ຫວຽດນາມ ​ໄດ້; ​ແມ່ນ​ແຫຼ່ງກຳລັງ​ສຳຄັນ​ໃຫ້​ແກ່ການ​ພັດທະນາ​ຂອງ​ປະ​ເທດ​ຊາດ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຊີ້​ແຈ້ງວ່າ: ປະຊາຊົນ ຫວຽດນາມ ຍາມ​ໃດ​ກໍ່​ມີ​ມູນ​ເຊື້ອ​ສາມັກຄີ, ຮັກ​​​ແພງ​ກັນ, ສະໜິດ​ຕິດ​ພັນ, ອູ້​ນຊູ​ຊ່ວຍ​ເຫຼືອ, ​ເປັນ​ຕົ້ນ​ແມ່ນ ​ເມື່ອ​ຢູ່​ຫ່າງ​ໄກ​ຈາກ​ບ້ານ​ເກີດ​ເມືອງ​ນອນ ​ແລະ ປາດ​ຖະໜາ​ວ່າ ພໍ່​ແມ່​ປະຊາຊົນ​ສືບ​ຕໍ່​ຮັກສາ​ນ້ຳ​ໃຈ​ສາມັກຄີ, ສະໜິດ​ຕິດ​ພັນ​ເຊິ່ງກັນ ​ແລະ ກັນ; ​ເຊື່ອມ​ຕົວ​ເຂົ້າ​ສັງຄົມ​ປະ​ເທດ​ປະຈຳ​ຖິ່ນ ​ແລະ ສືບ​ຕໍ່​ປະກອບພູມ​ປັນຍາ ​ໃຫ້​​ແກ່ພາລະ​ກິດ​ສ້າງສາ, ພັດທະນາ​ບ້ານ​ເກີດ​ເມືອງ​ນອນ​​ຢ່າງ​ສຸດ​ຈິດ​ສຸດ​ໃຈ; ປະຕິບັດ​ ບົດບາດ​ເປັນ​ຂົວ​ຕໍ່​ໃຫ້ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ ຫວຽດນາມ ​ແລະ ຮົ່ງກົງ, ຈີນ ​ເປັນ​ຢ່າງ​ດີ.

        ກ່ອນ​ໜ້າ​ນັ້ນ, ​ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ກໍ່​ໄດ້ເຂົ້າ​ຮ່ວມ​ພິທີ​ເປີດ​ສະຫຼອງ​ສາຍ​ການບິນ ນະ​ຄອນ​ໂຮ່ຈີ​ມິນ - ຮົ່ງກົງ ຂອງ​ບໍລິສັດ​ການບິນ Vietjet.

        ​ແລະ​ກໍ່​ໃນ​ຕອນ​ເຊົ້າ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ໄດ້​ເຮັດ​ວຽກ​ກັບ​ບາງ​ນັກ​ລົງທຶນ​ການ​ເງິນ, ຄຸ້ມ​ຄອງ​ກອງ​ທຶນ​ໃຫຍ່​ຂອງ ຮົ່ງກົງ; ຕ້ອນຮັບທ່ານ ​Ronald Arculli ປະທານ​ກຸ່ມ​ບໍລິສັດ​ປະກັນ​ສັງຄົມ FWD.

ຂ່າວ/ບົດ​ອື່ນ