ການເຄື່ອນໄຫວຕ່າງໆຂອງທ່ານເລຂາທິການໃຫຍ່,ປະທານປະເທດຫງວຽນຟຸຈ້ອງຢູ່ລາວ

(VOVWORLD) -ຕອນບ່າຍວັນທີ 24 ກຸມພາ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຟຸຈ້ອງ ໄດ້ພົບປະກັບທ່ານອະດີດເລຂາທິການໃຫຍ່, ອະດີດປະທານປະເທດລາວ ຈູມມະລີ ໄຊຍະສອນ.

ການເຄື່ອນໄຫວຕ່າງໆຂອງທ່ານເລຂາທິການໃຫຍ່,ປະທານປະເທດຫງວຽນຟຸຈ້ອງຢູ່ລາວ - ảnh 1ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຟຸຈ້ອງ

ພົບປະກັບທ່ານອະດີດເລຂາທິການໃຫຍ່, ອະດີດປະທານປະເທດລາວ ຈູມມະລີ ໄຊຍະສອນ

(ພາບ: TTXVN)

ຢູ່ທີ່ນີ້, ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຟຸຈ້ອງ ໄດ້ຊີ້ແຈ້ງວ່າ: ໃນວິວັດແຫ່ງການສ້າງສາ, ພັດທະນາຢູ່ແຕ່ລະປະເທດ, ກໍ່ຄືການເພີ່ມພູນຄູນສ້າງ, ພັດທະນາສາຍພົວພັນແບບພິເສດຫວຽດນາມ - ລາວ, 2 ຝ່າຍຄວນເສີມຂະຫຍາຍພູມປັນຍາລວມໝູ່, ຮ່ຳຮຽນເອົາບົດຮຽນຈາກການນຳລຸ້ນກ່ອນໆ, ໃນນັ້ນມີທ່ານອະດີດເລຂາທິການໃຫຍ່, ອະດີດປະທານປະເທດລາວ ຈູມມະລີ ໄຊຍະສອນ.

        ສ່ວນທ່ານອະດີດເລຂາທິການໃຫຍ່, ອະດີດປະທານປະເທດລາວ ຈູມມະລີ ໄຊຍະສອນ ຢືນຢັນເຖິງຄວາມຈຳເປັນຂອງເລື່ອງ 2 ປະເທດພ້ອມກັບແບ່ງປັນ, ສະໜິດຕິດພັນ, ເພີ່ມພູນຄູນສ້າງໃຫ້ແກ່ນ້ຳໃຈສາມັກຄີແບບພິເສດລາວ - ຫວຽດນາມ; ປາດຖະໜາວ່າ 2 ປະເທດສືບຕໍ່ເອົາໃຈໃສ່ເຖິງການສຶກສາ, ບຳລຸງສ້າງໃຫ້ພະນັກງານລຸ້ນສືບທອດ, ກໍຄືພະນັກງານທີ່ພວມເຮັດວຽກ, ເພີ່ມທະວີການຮ່ຳຮຽນ, ຄວາມເຂົ້າໃຈເຊິ່ງກັນ ແລະ ກັນ, ກໍ່ຄືປະຊາຊົນທຸກຊັ້ນວັນນະ, ໂດຍສະເພາະແມ່ນລຸ້ນໜຸ່ມກ່ຽວກັບມູນເຊື້ອຄວາມສາມັກຄີແບບພິເສດລະຫວ່າງຫວຽດນາມ - ລາວ.

        ຕອນບ່າຍວັນດຽວກັນ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຟຸຈ້ອງ ກໍ່ໄດ້ໄປຢ້ຽມຢາມກິດຈະກຳກໍ່ສ້າງຫໍສະພາແຫ່ງຊາດລາວ, ເຊິ່ງແມ່ນຂອງຂວັນຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ ມອບໃຫ້ພັກ, ລັດ ແລະ ປະຊາຊົນລາວ.

ຕອບກັບ

ຂ່າວ/ບົດ​ອື່ນ