ການເຄື່ອນໄຫວຕ່າງໆສະເຫຼີມສະຫຼອງວັນສື່ມວນຊົນປະຕິວັດຫວຽດນາມຢູ່ລັດເຊຍ
ດຽບແອງ,ນັກຂ່າວVOVປະຈຳສະຫະພັນລັດເຊຍ -  
ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລັດເຊຍ ຫງວຽນແທງເຊີນ ກ່າວຄຳເຫັນທີ່ພິທີ
|
(vovworld) – ເພື່ອມຸ່ງໄປເຖິງການສະເຫຼີມສະຫຼອງ 90 ປີແຫ່ງວັນສື່ມວນຊົນປະຕິວັດ ຫວຽດນາມ (21/6/1925 - 21/6/2015), ວັນທີ 16/6, ຢູ່ສຳນັກງານສະຖານທູດ ຫວຽດນາມ ປະຈຳ ລັດເຊຍ, ໄດ້ດຳເນີນການພົບປະກັບບັນດານັກຂ່າວຂອງ ຫວຽດນາມ ທີ່ພວມປະຕິບັດງານຢູ່ ລັດເຊຍ ແລະ ຜູ້ຕາງໜ້າບາງອົງການສື່ມວນຊົນຂອງປະຊາຄົມຊາວ ຫວຽດນາມ ປະຈຳ ມົດສກູ. ກ່າວຄຳເຫັນທີ່ການພົບປະ, ທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ຫວຽດນາມ ປະຈຳ ລັດເຊຍ ຫງວຽນແທງເຊີນ ຕີລາຄາສູງການເຄື່ອນໄຫວຂອງບັນດານັກຂ່າວຂຶ້ນກັບບັນດາອົງການສື່ມວນຊົນຄື: ວິທະຍຸກະຈາຍສຽງ, ໂທລະພາບ ຫວຽດນາມ ແລະ ສຳນັກຂ່າວສານ ຫວຽດນາມ ປະຈຳ ລັດເຊຍ ໄດ້ຕິດຕາມການເຄື່ອນໄຫວໃນບໍລິເວນ, ສ່ອງແສງການເຄື່ອນໄຫວທຸກດ້ານຂອງປະເທດລັດເຊຍ ແລະ ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ລັດເຊຍ ຢ່າງທັນການ, ຮັບໃຊ້ວຽກງານພົວພັນຕ່າງປະເທດຂອງການນຳພັກ, ລັດ, ປະກອບສ່ວນປັບປຸງ, ພັດທະນາການພົວພັນມິດຕະພາບ ລະຫວ່າງ ຫວຽດນາມ ແລະ ສະຫະພັນ ລັດເຊຍ. ທ່ານເອກອັກຄະລັດຖະທູດ ຫງວຽນແທງເຊີນ ກໍ່ຍ້ອງຍໍຊົມເຊີຍ ບັນດານັກຈຂ່າວສະໝັກຫຼິ້ນໃນປະຊາຄົມໄດ້ມີຄວາມພະຍາຍາມໃນການສະໜອງຂໍ້ມູນຂ່າວຢ່າງມີປະໂຫຍດເຖິງພໍ່ແມ່ພີ່ນ້ອງຊາວ ຫວຽດນາມ ຢູ່ ລັດເຊຍ ຜ່ານສື່ເອເລັກໂຕນິກ, ໜັງສືພິມ. ໃນການພົບປະຄັ້ງນີ້, ບັນດານັກຂ່າວ ຫວຽດນາມ ປະຈຳ ລັດເຊຍ ແລະ ບັນດານັກຂ່າວສະໝັກຫຼິ້ນໄດ້ກ່າວຄຳເຫັນຮັບຮູ້ຄວາມເອົາໃຈໃສ່, ການໜູນຊ່ວຍຈາກສະຖານທູດ ທີ່ໄດ້ສ້າງເງື່ອນໄຂສະດວກເພື່ອໃຫ້ບັນການັກຂ່າວປະຕິບັດວຽກງານໂຄສະນາ, ເຜີຍແຜ່ຢູ່ປະເທດລັດເຊຍ ເປັນຢ່າງດີ.
ດຽບແອງ,ນັກຂ່າວVOVປະຈຳສະຫະພັນລັດເຊຍ