(vovworld) - ວັນທີ 05/05, ຄະນະຈັດຕັ້ງລະດັບຊາດກ່ຽວກັບພິທີສະເຫຼີມສະຫຼອງ 60 ປີແຫ່ງວັນໄຊຊນະດ້ຽນບຽນຝູ (07/05/1954 – 07/05/2014) ໄດ້ຈັດການສະຫຼຸບບັນດາລາຍການເຄື່ອນໄຫວຂອງພິທີເປັນຄັ້ງສຸດທ້າຍ. ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ, ຫົວໜ້າຄະນະຈັດຕັ້ງພິທີສະເຫຼີມສະຫຼອງ ລະດັບຊາດໄດ້ເຂົ້າຮ່ວມ. ການສະຫຼຸບພິທີຖະຫາຍທູບທຽນອາໄລຫາບັນດານັກຮົບທີ່ເສຍສະຫຼະຊີວິດເພື່ອຊາດຢູ່ເຂດສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ A1 ແລະ ການສະຫຼຸບພິທີໂຮມຊຸມນຸມມິດຕິງ, ສວນສະໜາມສະແດງກຳລັງ, ສະເຫຼີມສະຫຼອງ 60 ປີແຫ່ງວັນໄຊຊນະດ້ຽນບຽນຝູ ຢູ່ສະໜາມກິລາແຂວງດ້ຽນບຽນ. ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ແລະ ຄະນະຈັດຕັ້ງພິທີສະເຫຼີມສະຫຼອງ 60 ປີແຫ່ງວັນໄຊຊນະດ້ຽນບຽນຝູ ລະດັບຊາດ ຍັງເຂົ້າຮ່ວມ ການສະຫຼຸບບັນດາລາຍການສະແດງສິລະປະຮັບຕ້ອນພິທີສະເຫຼີມສະຫຼອງ, ຖອດຖອນບົດຮຽນເພື່ອໃຫ້ບັນດາການເຄື່ອນໄຫວຂອງພິທີບັນລຸໄດ້ໝາກຜົນດີທີ່ສຸດ.
ໃນຂະນະນັ້ນ, ຕອນເຊົ້າວັນທີ 05/05, ຢູ່ຮ່າໂນ້ຍ, ສະພາມະຫາບັນດິດວິທະຍາສາດ - ສັງຄົມ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມສຳມະນາສາກົນດ້ວຍຫົວຂໍ້ວ່າ: “ໄຊຊະນະ ດ້ຽນບຽນຝູ - ກຳລັງແຮງຫວຽດນາມ ແລະ ລະດັບຍຸກສະໄໝ”. ກ່າວຄຳເຫັນໄຂກອງປະຊຸມສຳມະນາ, ທ່ານສາດສະດາຈານ, ດຣ ຫງວຽນຊວນທັ໋ງ, ປະທານສະພາມາຫາບັນດິດວິທະຍາສາດສັງຄົມຫວຽດນາມ ເນັ້ນໜັກວ່າ, ການຄົ້ນຄວ້າ, ໄຈ້ແຍກເຫດຜົນໄຊຊະນະ, ຄວາມໝາຍປະຫວັດສາດຂອງໄຊຊະນະດ້ຽນບຽນຝູ ໄດ້ປະກອບສ່ວນຢືນຢັນຄວາມສາມັກຄີ, ການສະໜັບສະໜູນເຊິ່ງກັນ ແລະ ກັນລະຫວ່າງບັນດາປະເທດ, ປະຊາຊາດທີ່ຮັບຫອມສັນຕິພາບໃນໂລກ. ຈາກນັ້ນພ້ອມກັນປາສະຈາກສົງຄາມ, ເພີ່ມທະວີການຮ່ວມມືຮອບດ້ານເພື່ອສ້າງໂລກປອດສົງຄາມ.
ບັນດາຜູ້ແທນກໍ່ຊີ້ແຈ້ງຄວາມໝາຍຂອງໄຊຊະນະດ້ຽນບຽນຝູເວົ້າລວມ ແລະ ການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນຝລັ່ງ ຂອງປະຊາຊົນຫວຽດນາມເວົ້າສະເພາະ ທີ່ມີຕໍ່ຂະບວນການປົດປ່ອຍຊາດ ແລະຂະບວນການປະຕິວັດໂລກ. ທ່ານສາດສະດາຈານ, ດຣ Vladimir Kolotov, ສັງກັດມະຫາວິທະຍາໄລແຫ່ງຊາດ Saint Petersbung, ສະຫະພັນລັດເຊຍ ໄດ້ໄຈ້ແຍກວ່າ:
“ບັ້ນຮົບ ດ້ຽນບຽນຝູ ແມ່ນປະກົດການວິທະຍາສາດສັງຄົມ. ນີ້ແມ່ນຕົວຢ່າງດີເດັ່ນກ່ຽວກັບກຳລັງແຮງ, ພູມປັນຍາຂອງຊາວຫວຽດນາມ. ໄລຊະນະດ້ຽນບຽນຝູ ໄດ້ເປັນບາດລ້ຽວປະຫວັດສາດ ແລະ ອະນາຄົດຂອງຫວຽດນາມ, ເປັນຂີດໝາຍເຊີດຊູຂະບວນການປົດປ່ອຍຊາດຕ້ານການກົດຂີ່ຂູດຮີດໃນໂລກ”.
ແລະກໍ່ໃນວັນທີ 05/05, ຢູ່ແຂວງບິ່ງເຢືອງ ໄດ້ຈັດພິທີລະຫຼຸບ ແລະ ມອບລາງວັນການເສັງຊອກຮູ້ “60 ປີແຫ່ງວັນໄຊຊະນະດ້ຽນບຽນຝູ”. ຄະນະຈັດຕັ້ງໄດ້ມອບລາງວັນໃຫ້ 71 ສ່ວນບຸກຄົນທີ່ມີບົດຂຽນດີ ແລະ 6 ໝູ່ຄະນະມີຜູ້ເຂົ້າຮ່ວມເປັນຈຳນວນຫຼວງຫຼາຍ.