ການເຄື່ອນໄຫວຕ່າງໆສະເຫຼີມສະຫຼອງ 71 ປີແຫ່ງວັນການປະຕິວັດເດືອນ8ແລະວັນຊາດ2/9ຢູ່ຫວຽດນາມ ວັນເສົາ ທີ 3 ກັນຍາ ຄ.ສ. 2016 | 15:53:00 ພາບປະກອບ (vovworld) – ຕອນຄຳ່ວັນທີ 2/9, ຢູ່ເມືອງ 1, ນະຄອນ ໂຮ່ຈີມິນ, ຄະນະຈັດຕັ້ງບັນດາວັນບຸນໃຫຍ່ຂອງນະຄອນ ໂຮ່ຈີມິນ ໄດ້ຈັດຕັ້ງລາຍການສະແດງສິລະປະພິເສດທີ່ດຶງດູດການເຂົ້າຮ່ວມຂອງປະຊາຊົນນະຄອນ ແລະ ແຂກທ່ອງທ່ຽວເປັນຈຳນວນຫຼວງຫຼາຍ. ເພື່ອແນໃສ່ຮັບໃຊ້ປະຊາຊົນທຸກຊັ້ນຄົນ, ນະຄອນໂຮ່ຈີມິນ ກໍ່ໄດ້ຈັດຕັ້ງບັນດາການເຄື່ອນໄຫວສະແດງສິລະປະທີ່ອຸດົມສົນບູນຢູ່ຖະໜົນຍ່າງ ຫງວຽນເຫ້ວ, ເຂດອະນຸສາວາລີ ຫງາບາຢ່ົ່ງ (ເມືອງ ຮອກມົນ), ເທດສະບານເມືອງ ເກີ່ນແທກ (ເມືອງເກີນເຢີ) ແລະ ສູນວັດທະນະທຳ, ກິລາກາຍຍະກຳເມືອງ ບີ່ງແຈງ. ຮອດເວລາ 21 ໂມງ ໄດ້ຈັດຕັ້ງການຍິງບັ້ງໄຟດອກຢູ່ບໍລິເວນ ອຸໂມງໃຕ້ດິນ ຖູທຽມ ແລະ ສວນສາທາລະນະວັດທະນະທຳ ເດີ່ມແຊນ. ແຕ່ວັນທີ 2 – 4/9, ຢູ່ບ້ານວັດທະນະທຳ - ທ່ອງທ່ຽວບັນດາຊົນເຜົ່າ ຫວຽດນາມ, ທີ່ດົ່ງໂມ, ເ ຊີນໄຕ, ຮ່າໂນ້ຍ ໄດ້ຈັດຕັ້ງການເຄື່ອນໄຫວສະແດງສິລະປະຕ່າງໆຂອງບັນດາຊົນເຜົ່າສ່ວນໜ້ອຍເພື່ອສະເຫຼີມສະຫຼອງ 71 ປີແຫ່ງວັນຊາດ (2/9). ເມື່ອມາຢ້ຽມຢາມ ບ້ານວັດທະນະທຳ - ທ່ອງທ່ຽວບັນດາຊົນເຜົ່າ ຫວຽດນາມ, ປະຊາຊົນນະຄອນຫຼວງ ແລະ ແຂກທ່ອງທ່ຽວໄດ້ເຈື່ອຈານເຂົ້າກັບວັດທະນະທຳເຂັ້ມຂົ້ນໄປດ້ວຍສີສັນບັນດາຊົນເຜົ່າເຂດຕາເວັນຕົກພາກເໜືອ, ຕາເວັນອອກພາກເໜືອ ດ້ວຍຈຸດພົ້ນເດັ່ນແມ່ນສີສັນວັດທະນະທຳຕະຫຼາດເຂດພູສູງທີ່ມີຫົວຂໍ້: “ເຊີນລາ: ຕະຫຼາດນັດຕ້ອນຮັບວັນບຸນເອກະລາດ”. Tag vovworld ວັນບຸນໃຫຍ່ ຂ່າວ/ບົດອື່ນ ພິທີເລີ່ມຕົ້ນການຕອບສະໜອງບັ້ນເຮັດໃຫ້ໂລກສະອາດກ່ວາປີ 2024 ລັດເຊຍ ແລະ ຈີນ ເລີ່ມຊ້ອມຮົບກອງທັບເຮືອຮ່ວມ ທ່ານນາຍົກລັດຖະມົນຕີເນັ້ນໜັກເປົ້າໝາຍຂອງທຸກແຂວງ, ນະຄອນລ້ວນແຕ່ແມ່ນແຂວງປອດໄພດ້ານຄົມມະນາຄົມ ເລີ່ມລົງມືກໍ່ສ້າງເຂດຕັ້ງຖິ່ນຖານຄົງທີ່ຄືນໃໝ່ຢູ່ບ້ານ ນູ
ທ່ານເລຂາທິການໃຫ່ຍ, ປະທານປະເທດ ລາວ ທອງລຸນ ສີສຸລິດ ສິ້ນສຸດການຢ້ຽມຢາມທາງລັດຖະກິດ ຫວຽດນາມ ຢ່າງຈົບງາມ
ເຄື່ອງຊ່ວຍເຫຼືອຂອງສູນປະສານງານ ອາຊຽນ ກ່ຽວກັບການໜູນຊ່ວຍມະນຸດສະທຳໃນໄພພິບັດທຳມະຊາດ 3 ງວດໄດ້ຂົນສົ່ງມາຮອດ ຫວຽດນາມ
ຫວຽດນາມ ລົບລ້າງທາດ CO2 ປະມານ 220 ລ້ານໂຕນນັບແຕ່ເວລາເຂົ້າຮ່ວມສັນທິສັນຍາ Vienna ກ່ຽວກັບການປ້ອງກັນຊັ້ນ ozone
ທ່ານເລຂາທິການໃຫ່ຍ, ປະທານປະເທດ ລາວ ທອງລຸນ ສີສຸລິດ ສິ້ນສຸດການຢ້ຽມຢາມທາງລັດຖະກິດ ຫວຽດນາມ ຢ່າງຈົບງາມ
ສະມາຄົມອາຊີບຫາປາ ຫວຽດນາມ ຄັດຄ້ານຕໍ່ເລື່ອງ ຈີນ ຫ້າມຫາປາຢູ່ທະເລຕາເວັນອອກປີ 2022 ຕາມລຳພັງໃຈ
ງານວາງສະແດງຫົວຂໍ້ “ຮ່ວາງຊາ, ເຈື່ອງຊາ ແມ່ນຂອງ ຫວຽດນາມ - ບັນດາພະຍານຫຼັກຖານປະຫວັດສາດ ແລະ ນິຕິທຳ” ຢູ່ແຂວງ ບັກຢາງ