ງານແຂ່ງຂັນແຕ່ງກິນຂອງສະຫະພັນແມ່ຍິງ ເກີນເທີ
( ພາບ: baocantho.com.vn )
( vovworld ) - ເນື່ອງໃນໂອກາດສະເຫຼີມສະຫຼອງ 102 ປີ ແຫ່ງວັນແມ່ຍິງສາກົນ 8/3, ໃນທົ່ວປະເທດໄດ້ຈັດໃຫ້ມີບັນດາການເຄື່ອນໄຫວສະເຫຼີມສະຫຼອງ, ຮັບຮູ້ການປະກອບສ່ວນຢ່າງຕັ້ງໜ້າ ແລະ ມີປະສິດທິຜົນຂອງແມ່ຍິງໃນພາລະກິດສ້າງສາ ແລະ ພັດທະນາປະເທດຊາດ. ຄະນະກຳມະການລາງວັນ Kovalevskaia ຫາກໍຈັດຕັ້ງການພົບປະນັກສຶກສາຍິງທີ່ດີເດັ່ນຂອງມະຫາວິທະຍາໄລ 10 ແຫ່ງ. ນີ້ແມ່ນໂອກາດເພື່ອໃຫ້ນັກສຶກສາໜຸ່ມມີໂອກາດພົບປະແລກປ່ຽນບົດຮຽນກັບບັນດານັກວິທະຍາສາດຍິງລຸ້ນກ່ອນ ພິເສດແມ່ນນັກວິທະຍາສາດຍິງສອງຄົນທີ່ຫາກໍໄດ້ຮັບລ້າງວັນ Kovalevskaia ປີ 2012 ນີ້. ທີ່ການພົບປະ, ບັນດານັກວິທະຍາສາດໄດ້ແບ່ງປັນກັບນັກສຶກສາກ່ຽວກັບຄວາມຫວັງ, ຄວາມຫຍຸ້ງຍາກໃນການຮໍ່າຮຽນ, ບົດຮຽນ ແລະ ເຄັດລັບໃນການຮັກສາຄວາມປອງດອງໃນຄອບຄົວ ແລະ ຈັດແບ່ງເວລາໃຫ້ແກ່ວຽກງານຢ່າງເໝາະສົມ.
ສະຫະພັນແມ່ຍິງ ເກີນເທີ ໄດ້ຈັດພິທີປຸກລະດົມບັ້ນຂົນຂວາຍ “ ຄອບຄົວ 5 ບໍ່, 3 ສະອາດ ” ແລະ ງານແຂ່ງຂັນແຕ່ງກິນ. ຮູບແບບ “ ຄອບຄົວ 5 ບໍ່, 3 ສະອາດ ” ລວມມີ 2 ເນື້ອໃນຄື; 5 ບໍ່ ແມ່ນ, ບໍ່ທຸກຍາກອຶດຫິວ, ບໍ່ລະເມີດກົດໝາຍ ແລະ ບໍ່ມີໄພສັງຄົມ, ບໍ່ໃຊ້ຄວາມຮຸນແຮງໃນຄອບຄົວ, ບໍ່ເກີດລຸກຜູ້ທີ່ສາມຂື້ນໄປ, ບໍ່ມີເດັກຂາດທາດບຳລຸງ ແລະ ບໍ່ປະລະການຮຽນ. 3 ສະອາດແມ່ນ; ເຮືອນຊານສະອາດ, ກິນຢູ່ສະອາດ, ຮ່ອມທາງສະອາດນີ້ແມ່ນໜື່ງໃນບັນດາມາດຖານເພື່ອຕີລາຄາການແຂ່ງຂັນຂອງສະຫະພັນແມ່ຍິງ ເກີນເທີ. ຕາມນັ້ນແລ້ວ, ບັນດາເມືອງໃນບໍລິເວນແຂວງໄດ້ໃຫ້ຄຳໝັ້ນສັນຍາປະຕິບັດບັນດາເນື້ອໃນ, ໂຄສະນາກ່ຽວກັບມາດຖານຮູບແບບ, ຮັກສາ, ພັດທະນາບັນດາຮູບແບບຄອບຄົວທີ່ດີເດັ່ນ ແລະ ຍ້ອງຍໍສັນລະເສີນບັນດາປັດໃຈດີເດັ່ນໃນບັ້ນຂົນຂວາຍຢ່າງທັນການ. ທ່ານນາງ ຟານທິຮົ່ງຢຸ້ງ, ປະທານສະຫະພັນແມ່ຍິງນະຄອນ ເກີນເທີ ໃຫ້ຮູ້ວ່າ.
“ ປີ 2012 ນີ້, ພວກຂ້າພະເຈົ້າສະໜັບສະໜູນບັ້ນຂົນຂວາຍດັ່ງກ່າວຢ່າງຕັ້ງໜ້າດ້ວຍວິທີປຸກລະດົມຄືນໃໝ່ໃນປີນີ້ ແລະ ປຸກລະດົມໃນຕະຫຼອດໄລຍະ 2011 - 2016, ເພື່ອໃຫ້ທຸກໆຄອບຄົວ, ສະມາຊິກສະຫະພັນແມ່ຍິງແຂວງ ເກີນເທີ ປະຕິບັດ “ ຄອບຄົວ 5 ບໍ່, 3 ສະອາດ ” ປະກອບສ່ວນສ້າງນະຄອນ ເກີນເທີ ໃຫ້ກາຍເປັນຕົວເມືອງໃຈກາງຂອງເຂດທົ່ງພຽງແມ່ນ້ຳຂອງ ” .