ການເຄື່ອນໄຫວຕ່າງໆ ຂອງທ່ານປະທານ ສະພາແຫ່ງຊາດ ຫງວຽນຊິງຮຸ່ງ ຢູ່ອີຕາລີ
ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ
ເຈລະຈາກັບທ່ານນາງຮອງປະທານສະພາຕຳ່ອີຕາລີ Mariana Sereri
(ພາບ: daibieunhandan.vn)
(vovworld) - ໃນຂອບເຂດການຢ້ຽມຢາມທາງລັດຖະກິດສ.ອີຕາລີ, ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມ, ໄດ້ມີການເຈລະຈາກັບທ່ານນາງຮອງປະທານສະພາຕຳ່ອີຕາລີ Mariana Sereri ແລະ ຄະນະສະມາຊິກສະພາຕຳອີຕາລີ ໃນຕອນບ່າຍວັນທີ 21/03. 2 ຝ່າຍໄດ້ເຫັນດີເປັນເອກະພາບຊຸກຍູ້ການພົວພັນແລກປ່ຽນສະພາແຫ່ງຊາດ, ປັບປຸງການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງຫວຽດນາມ - ອີຕາລີ ຮັບໃຊ້ຜົນປະໂຫຍດອັນແທດຈິງຂອງປະຊາຊົນແຕ່ລະປະເທດ. ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ແລະ ທ່ານນາງຮອງປະທານສະພາຕຳ່ອີຕາລີ Mariana Sereri ໄດ້ເປັນເອກະພາບນຳກັນສືບຕໍ່ເສີມຂະຫຍາຍກົນໄກທາບທາມຄວາມເຫັນ ແລະ ສົມທົບກັນຢ່າງແໜ້ນແຟ້ນລະຫວ່າງສະພາແຫ່ງຊາດຫວຽດນາມ ແລະ ສະພາຕ່ຳ ອີຕາລີ ທີ່ບັນດາເວທີປາໄສຫຼາຍຝ່າຍຄື: ລັດຖະສະພາລະຫວ່າງຊາດສາກົນ (IPU), ເວທີປາໄສລັດຖະສະພາອາຊີ - ເອີລົບ (ASEP)... ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ໄດ້ເຊີນທ່ານປະທານສະພາຕຳອີຕາລີ ຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ແລະ ນຳໜ້າຄະນະຜູ້ແທນລັດຖະສະພາ ອີຕາລີ ເຂົ້າຮ່ວມກອງປະຊຸມລັດຖະສະພາລະຫວ່າງຊາດສາກົນ ຄັ້ງທີ 132 (IPU 132) ເຊິ່ງຈະຈັດຂຶ້ນຢູ່ຮ່າໂນ້ຍໃນທ້າຍເດືອນ 03/2015.
ກ່ອນໜ້ານັ້ນ, ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ໄດ້ມີການພົບປະເຈລະຈາກັບທ່ານປະທານນາທິບໍດີສ.ອີຕາລີ Giorgio Napolitano, ເມື່ອເຕື້ອງເຖິງການເພີ່ມທະວີການຮ່ວມມືລະຫວ່າງ 2 ປະເທດ, ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ປາດຖະໜາວ່າ ອີຕາລີ ຈະອະນຸດມັດຜ່ານ ແລະ ຊຸກຍູ້ສະພາແຫ່ງຊາດເອີລົບ ອະນຸມັດຜ່ານສັນຍາຮ່ວມມືຄູ່ຮ່ວມມືຮອບດ້ານລະຫວ່າງຫວຽດນາມ - EU (PCA) ໂດຍໄວ; ສະໜັບສະໜູນ EU ຮັບຮູ້ຫວຽດນາມ ມີກົນໄກເສດຖະກິດການຕະຫຼາດຢ່າງຄົບຖ້ວນ ແລະ ສຳເລັດການເຈລະຈາສັນຍາການຄ້າເສລີ (FTA) ຫວຽດນາມ - EU ໃນປີ 2014 ໂດຍໄວ.
ສ່ວນທ່ານປະທານາທິບໍດີ Giorgio Napolitano ຖືວ່າ ຫວຽດນາມ ແລະ ອີຕາລີ ມີແງ່ຫວັງຮ່ວມມືຫຼາຍຢ່າງ ໂດຍອີງໃສ່ຄວາມສາມາດບົມຊ້ອນຂອງແຕ່ລະຝ່າຍ. 2 ປະເທດຄວນສືບຕໍ່ຍູ້ແຮງການຮ່ວມມືຢ່າງເລີກເຊິ່ງ ແລະ ກ້ວາງຂວາງ, ໂດຍສະເພາະແມ່ນທ່າແຮງຂອງແຕ່ລະປະເທດ. ທ່ານປະທານາທິບໍດີ ອີຕາລີ ຊົມເຊີຍເລື່ອງສະພາແຫ່ງຊາດ 2 ປະເທດ ຍູ້ແຮງບັນດາການເຄື່ອນໄຫວຮ່ວມມື, ແລກປ່ຽນບົດຮຽນ ຜ່ານນັ້ນ ຊຸກຍູ້ການພົວພັນຮ່ວມມືລະຫວ່າງ 2 ປະເທດ ໃຫ້ນັບມື້ນັບພັດທະນາຢ່າງດີງາມ.