ການເຄື່ອນໄຫວຕ່າງໆ ສະເຫຼີມສະຫລອງວັນທີ 27/7
ທ່ານ ຫງວຽນທ້ຽນເຍີນ ລົງຢ້ຽມຢາມ ແລະ
ມອບຂອງຂວັນໜູນຊ່ວຍຄ່າກໍ່ສ້າງເຮືອນແຫ່ງສາຍຈິດມິດໃຈ
(ພາບ: TTXVN)
ຕອນເຊົ້າວັນທີ 28/07, ຄະນະປະຕິບັດງານສູນກາງໂດຍທ່ານຫງວຽນທ້ຽນເຍີນ, ກຳມະການກົມການເມືອງ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ເປັນຫົວໜ້າຄະນະ ໄດ້ລົງເຮັດວຽກຢູ່ແຂວງ ນາມດິ້ງ ກ່ຽວກັບໝາກຜົນແຫ່ງການຜັນຂະຫຍາຍການກວດກາປະຕິບັດນະໂຍບາຍໃຫ້ບຸລິມະສິດສຳລັບຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ.
ສະຫຼຸບການເຮັດວຽກ, ທ່ານ ຫງວຽນທ້ຽນເຍີນ ໄດ້ຍ້ອງຍໍຊົມເຊີຍແຂວງນາມດິ້ງ ຜັນຂະຫຍາຍວຽກງານກວດກາການປະຕິບັດນະໂຍບາຍສຳລັບຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດໂດຍໄວ, ຖືວ່າ ທ້ອງຖິ່ນເອົາໃຈໃສ່ເຖິງບັນດາເປົ້າໝາຍນະໂຍບາຍເປັນພິເສດ. ທ່ານຫງວຽນທ້ຽນເຍີນ ຕັກເຕືອນວ່າ ນາມດິ້ງ ຕ້ອງຖອດຖອນບົດຮຽນກ່ຽວຂ້ອງເຖິງບັນດາກໍລະນີຜູ້ມີຄຸນງາມຄວາມດີໄດ້ຮັບການຊ່ວຍເຫຼືອບໍ່ຄົບຖ້ວນ ແລະ ບໍ່ຖືກຕາມນະໂຍບາຍ; ຮັບປະກັນຊີວິດສັງຄົມໃຫ້ແກ່ບັນດາເປົ້າໝາຍຂຶ້ນກັບຄອບຄົວທຸກຍາກ.
ແລະກໍ່ໃນວັນດຽວກັນ, ທ່ານ ຫງວຽນທ້ຽນເຍີນ ໄດ້ລົງຢ້ຽມຢາມ ແລະ ມອບຂອງຂວັນໜູນຊ່ວຍຄ່າໃຊ້ຈ່າຍກໍ່ສ້າງເຮືອນແຫ່ງສາຍຈິດມິດໃຈໃຫ້ 3 ເປົ້າໝາຍນະໂຍບາຍຢູ່ເມືອງ ອີ໋ອຽນ, ນາມຈຶ້ກ ແລະ ນະຄອນນາມດິ້ງ.
ເນື່ອງໃນໂອກາດນີ້, ຜູ້ມີຄຸນງາມຄວາມດີຢູ່ແຂວງກວາງບິງກວ່າ 30.000 ຄົນກໍ່ໄດ້ຮັບຂອງຂວັນຈາກປະທານປະເທດ ດ້ວຍຍອດຈຳນວນເງິນເກືອບ 6 ຕື້ດົງ.
(ພາບ: vtv1)
ກ່ອນໜ້ານັ້ນ, ວັນທີ 27/7, ທ່ານພົນເອກເຈິ່ນດ້າຍກວາງ, ກຳມະການກົມການເມືອງ, ລັດຖະມົນຕີວ່າການກະຊວງຕຳຫຼວດຫວຽດນາມ ໄດ້ໄປວາງພວງມາລາ ແລະ ຖະຫວາຍທູບທຽນຢູ່ອະນຸສາວະລີທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດແຂວງນິງບິ່ງ. ທ່ານລັດຖະມົນຕີເຈິ່ນດ້າຍກວາງ ກໍ່ໄດ້ໄປຢ້ຽມຢາມ ແລະ ມອບຂອງຂວັນໃຫ້ແມ່ຫວຽດນາມ ວິລະຊົນຈຳນວນ 1 ຢູ່ເມືອງຍໍກວານ ແລະ ສູນປິ່ນປົວບຳລຸງສຸຂະພາບທະຫານສເຍອົງຄະຍໍກວນ ແຂວງນິງບິ່ງ.
ລາຍການພົບປະແລກປ່ຽນສະແດງສິລະປະ “ສັກກະລະບູຊາຫວຽດນາມ“ ໄດ້ດຳເນີນໄປໃນຕອນຄ່ຳວັນທີ 27/7 ຢູ່ຮ່າໂນ້ຍ ເພື່ອເຊີດຊູ ແລະ ສະແດງຄວາມຮູ້ບຸນຄຸນບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ, ຄອບຄົວນັກຮົບເສຍສະຫຼະຊີວິດເພື່ອຊາດ, ທະຫານເສຍອົງຄະ, ທະຫານເຈັບປ່ວຍ. ກ່າວຄຳເຫັນນະທີ່ນີ້, ທ່ານນາງຟ້າມທິຫາຍຈ່ວຽນ ລັດຖະມົນຕີວ່າການກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມຫວຽດນາມ ເນັ້ນໜັກວ່າ:
“ລາຍການພົບປະແລກປ່ຽນສະແດງສິລະປະ “ສັກກະລະບູຊາຫວຽດນາມ“ ແມ່ນການເຄື່ອນໄຫວທີ່ມີຄວາມໝາຍທີ່ສຸດ, ປະກອບສ່ວນສຶກສາອົບຮົມຄວາມເອກອ້າງທະນົງໃຈຕໍ່ອະດີດຕະການອັນສະຫງ່າອົງອາດ, ເພື່ອຄວາມຮັບຜິດຊອບຂອງພວກເຮົາຕໍ່ອະນາຄົດ. ຂ້າພະເຈົ້າຕີລາຄາສູງການເຄື່ອນໄຫວຕອບບູນແທນຄູນຂອງຄະນະຈັດຕັ້ງລາຍການຜ່ານບັນດາການເຄື່ອນໄຫວທີ່ມີຄວາມໝາຍຫຼາຍຢ່າງ ແລະ ອາລົມຈິດເພື່ອຕອບບູນແທນຄູນຍາດຕິພີ່ນ້ອງ ຄອບຄົວນັກຮົບເສຍສະຫຼະຊີວິດເພື່ອຊາດ“.
ໃນວັນດຽວກັນ, ຢູ່ບ້ານວັດທະນະທຳບັນດາຊົນເຜົ່າຫວຽດນາມ ຢູ່ດົ່ງໂມ, ເທດສະບານເມືອງເຊີນໄຕ, ຮ່າໂນ້ຍ, ໄດ້ຈັດໃຫ້ພິມີສວດມົນ ແລະພາວະນາຂໍໃຫ້ດວງວິນຍານນັກຮົບເສຍສະຫຼະຊີວິດເພື່ອຊາດໄປສູ່ສຸຂະຕິ ແລະ ໃນໂອກາດວັນທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດຄືວັນທີ 27/7, ໃນລາຍນການ “ປະຊາຊົນຖາມ, ລັດຖະມົນຕີຕອບ“ ເມື່ອວັນທີ 27/7, ທ່ານນາງຟ້າມທິຫາຍຈ່ວຽນ ລັດຖະມົນຕີວ່າການກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມຫວຽດນາມ ຢືນຢັນວ່າຈະສືບຕໍ່ຜັນຂະຫຍາຍບັນດານະໂຍບາຍສຳລັບຜູ້ມີຄຸນງາມຄວາມດີຕໍ່ປະເທດຊາດ. ຕາມທ່ານນາງຟ້າມທິຫາຍຈ່ວຽນ ແລ້ວ, ມາຮອດຈຸດເວລານີ້, ທົ່ວປະເທດຮັບຮູ້ວ່າມີ 8,8 ລ້ານຄົນໄດ້ຊົມໃຊ້ນະໂຍບາຍບຸລິມະສິດ./.