(vovworld) - ວັນທີ 28 ສິງຫາ, ຢູ່ສູນວັດທະນະທຳແຂວງ, ຄະນະກຳມະການປະຊາຊົນແຂວງບ່າເຮ້ຍ - ວູ້ເຕົ່າ ໄດ້ຈັດວັນວັດທະນະທຳຫວຽດນາມ - ຍີ່ປຸ່ນ ດ້ວຍການເຂົ້າຮ່ວມຂອງຜູ້ແທນ 1500 ຄົນ. ກ່າວຄຳເຫັນຢູ່ທີ່ນີ້, ທ່ານ ໂຮ່ວັນນຽນ, ຮອງປະທານຄະນະກຳມະການປະຊາຊົນແຂວງບ່າເຮ້ຍ - ວູ້ເຕົ່າ ເນັ້ນໜັກວ່າ, ວັນວັດທະນະທຳຫວຽດນາມ - ຍີ່ປຸ່ນ ແມ່ນໂອກາດເພື່ອເພີ່ມທະວີການພົວພັນແລກປ່ຽນລະຫວ່າງປະຊາຊົນ 2 ປະທດ, ແມ່ນໂອກາດໂຄສະນາວັດທະນະທຳຂອງຍີ່ປຸ່ນ ເຖິງປະຊາຊົນຫວຽດນາມ ກໍ່ຄືປະຊາຊົນແຂວງບ່າເຮ້ຍ - ວູ້ເຕົ່າ ແລະ ກົງກັນຂ້າມ.
ແລະກໍ່ໃນວັນດຽວກັນ, ໄດ້ດຳເນີນພິທີໄຂ “ການພົບປະແລກປ່ຽນສະແດງສິລະປະໂຮ້ຍອານ - ຍີ່ປຸ່ນ”. ທ່ານ ວໍຟຸ່ງ, ຫົວໜ້າສູນວັດທະນະທຳ - ກິລານະຄອນໂຮ້ຍອານ, ແຂວງກວາງນາມ ໃຫ້ຮູ້ວ່າ.
“ການຈັດຕັ້ງພົບປະແລກປ່ຽນຄັ້ງຕ່າງໆນີ້ ແມ່ນເພື່ອແນໃສ່ສືບຕໍ່ໂຄສະນາບັນດາຈຸດວັດທະນະທຳທີ່ເປັນມູນເຊື້ອ, ຈຸດວັດທະນະທຳອັນດີງາມຂອງຊາວຍີ່ປຸ່ນ. ການພົບປະແລກປ່ຽນໄດ້ຮັບການຈັດຕັ້ງປີລະຄັ້ງ ຫຼື ຫຼາຍຄັ້ງໃນປີໜຶ່ງ, ການເຄື່ອນໄຫວພົບປະແລກປ່ຽນຈະມີການປ່ຽນແປງໃໝ່, ຊ່ວຍໃຫ້ປະຊາຊົນ 2 ປະເທດເຂົ້າໃຈກ່ຽວກັບວັດທະນະທຳຂອງຕົນຕື່ມອີກ.”