ການເຄື່ອນໄຫວຢູ່ຄ້າຍ ພັກແລ້ງຫວຽດນາມ ປີ 2013
Lan Phuong -  
ຫຼັກໝາຍເລກທີ 261
(ພາບ:vov5)
(vovworld)- ໂດຍສືບຕໍ່ບັນດາການເຄື່ອນໄຫວຢູ່ຄ້າຍພັກແລ້ງຫວຽດນາມປີ 2013, ວັນທີ 15/7, ບັນດາສະມາຊິກໄດ້ໄປຢ້ຽມຢາມເສົາທຸງຊາດລູ້ງກູ, ສູນທໍລະນີສາດທົ່ວໂລກ, ເຂດພູພຽງຫີນດົ່ງວັນ ຊື່ງແມ່ນເຂດດິນຕອນເໜືອສຸດຂອງປະເທດຊາດ ແລະ ສີ້ນສຸດການຢ້ຽມຢາມແຂວງຮ່າຢາງ.
ກ່ອນໜ້ານັ້ນ, ໃນຕອນບ່າຍຂອງວັນທີ 14/7, ຄະນະຜູ້ແທນຊາວໜຸ່ມ, ນັກສຶກສາຫວຽດນາມ ອາໄສຢູ່ຕ່າງປະເທດໄດ້ໄປຢ້ຽມຢາມປ້ອມປ້ອງກັນຊາຍແດນດ່ານແທງຖູຍ ເມືອງວິຊວຽນ. ຄະນະໄດ້ຮັບຟັງການໂອ້ລົມກ່ຽວກັບວິວັດການສ້າງເສັ້ນຊາຍແດນ ແລະ ວິວິການຂີດເສັ້ນ, ປັກຫຼັກໝາຍຊາຍແດນທາງບົກລະຫວ່າງຫວຽດນາມ-ຈີນ ເວົ້າລວມ ແລະ ເຂດຊາຍແດນຂອງແຂວງຮ່າຢາງ ຂອງຫວຽດນາມ ແລະ ແຂວງຢຸນໜານ ຂອງຈີນ ເວົ້າສະເພາະ. ທ່ານດິງຊວນທຶກ. ຜູ້ຊ່ວຍວຽກງານຊາຍແດນ, ກອງບັນຊາການທະຫານປ້ອງກັນຊາຍແດນແຂວງຮ່າຢາງ ໃຫ້ຮູ້ວ່າ: ວັນທີ 26/7/2002, ຢູ່ດ່ານແທງຖູຍ-ຮ່າຢາງ-ຫວຽດນາມ ແລະ ທຽນປາວ -ຢຸນໜານ-ຈີນ, ສອງປະເທດໄດ້ດຳເນີນການປັກຫຼັກໝາຍຊາຍແດນແຫ່ງຊາດເລກທີ 261. ນີ້ແມ່ນບາດກ້າວເດີນສຳຄັນ, ເປີດສາກໃຫ້ການຜັນຂະຫຍາຍວຽກງານຂີດເສັ້ນ, ປັກຫລັກໝາຍຊາຍແດນໃນພື້ນທີ່ຕົວຈິງ. ເພື່ອນເຈິ່ນຮ່ວາຍເງິນ, ຢູ່ມົດສະກູ, ສະຫະພັນລັດເຊຍ ເວົ້າວ່າ:
”ນ້ອງເຄີຍຮັບຟັງຜ່ານອິນເຕີເນັດ, ແຕ່ເມື່ອມາຮອດຫວຽດນາມ, ນ້ອງເຫັນວ່າ ຂ່າວທີ່ໄດ້ຮັບທາງອິນເຕີເນັດອາດຈະບໍ່ທັນສ່ອງແສງຢ່າງຊັດເຈັນສິ່ງທີ່ພວມເກີດຂຶ້ນຢູ່ປະເທດຫວຽດນາມ ເທື່ອ. ນ້ອງເຫັນວ່າ ວຽກງານຄຸ້ມຄອງເຂດຊາຍແດນຢູ່ຫວຽດນາມ ດີພໍສົມຄວນ. ບໍ່ຄືກັບຂ່າວທາງອິນເຕີເນັດວ່າພວກເຮົາຖືກສູນເສຍອະທິປະໄຕສ່ວນໜຶ່ງ ຫລືສິ່ງຄ້າຍຄືກັນ. ນອ້ງເຫັນວ່າ ຫວຽດນາມ ໄດ້ປົດປັກຮັກສາອະທິປະໄຕຂອງຕົນເປັນຢ່າງດີທີ່ສຸດ ຊື່ງປະກອບສ່ວນເຮັດໃຫ້ນ້ອງເຂົ້າໃຈແຈ້ງບັນດາຂໍ້ມູນຂ່າວຂອງຫວຽດນາມ ກໍ່ຄືເພີ່ມຄວາມຮັກຕໍ່ປະເທດຊາດ, ບ້ານເກີດເມືອງນອນ”.
Lan Phuong