ການເຄື່ອນໄຫວຢື້ຶ້ຢາມຖາມຂ່າວ,ອວຍພອນບຸນເຕັດບັນດາອົງການທູຕານຸທູດປະຈຳຕ່າງປະເທດ

ການເຄື່ອນໄຫວຢື້ຶ້ຢາມຖາມຂ່າວ,ອວຍພອນບຸນເຕັດບັນດາອົງການທູຕານຸທູດປະຈຳຕ່າງປະເທດ - ảnh 1
ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ ປະ​ຈຳ​ລາວ ​ຫງວຽນ​ບ໋າ​ຮຸ່ງ
(ພາບ​ປະ​ກອບ: nhandan.com.vn)

(vovworld) - ​ຕອນ​ບ່າຍ​ວັນ​ທີ 25/01, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ ປະ​ຈຳ​ລາວ ​ຫງວຽນ​ບ໋າ​ຮຸ່ງ ໄດ້​ໄປ​ຢ້ຽມ​ຢາມ, ອວຍ​ພອນ​ບຸນ​ເຕັດ ແລະ ມອບ​ຂອງ​ຂວັນ​ໃຫ້​ບັນ​ດາ​ຄອບ​ຄົວພະ​ນັກ​ງານນັກປະຕິວັດຜູ້ອາວຸໂສ​ທີ່​ມີ​ຜົນ​ງານ​ຕໍ່​ການ​ປະ​ຕິ​ວັດ ປະ​ຈຸ​ບັນ​ພວມ​ດຳ​ລົງ​ຊີ​ວິດ​ຢູ່​ລາວ. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ ຫງວຽນ​ບ໋າ​ຮຸ່ງ ໄດ້​ຕາງ​ໜ້າ​ໃຫ້​ພັກ, ລັດ ແລະ ປະ​ຊາ​ຊົນ​ຫວຽດ​ນາມ ທຸກ​ຄົນ​ຢູ່​ພາຍ​ໃນ​ປະ​ເທດ ກໍ​ຄື​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ລາວ, ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຕໍ່​ການ​ເສຍ​ສະ​ຫຼະ​ອັນ​ສູງ​ສົ່ງ​ຂອງ​ບັນ​ດາ​ຄອບ​ຄົວ​ໃນ​ໄລ​ຍ​ະ​ສົງ​ຄາມ, ບັນ​ດາ​ການ​ປະ​ກອບ​ສ່ວນ​ອັນ​ໃຫຍ​່​ຫຼວງ​ຂອງ​ເຂົາ​ເຈົ້າ​ໃຫ້​ການ​ປະ​ຕິ​ວັດ, ໃຫ້​ປະ​ເທດ​ລາວ ອ້າຍ​ນ້ອງ. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ ​​ເຊື່ອ​ໝັ້ນ​ວ່າ ບັນ​ດາ​ຄອບ​ຄົວ​ຈະ​ສືບ​ຕໍ່​ມູນ​ເຊື້ອ​ຄອບ​ຄົວ​ປະ​ຕິ​ວັດ, ບັນ​ດາພະ​ນັກ​ງານນັກປະຕິວັດຜູ້ອາວຸໂສ​ສືບ​ຕໍ່​ໃຫ້​ພາ​ລະ​ກິດ​ພັດ​ທະ​ນາ​ເສດ​ຖະ​ກິດ, ສັງ​ຄົມ​ຂອງ​ປະ​ເທດ​ລາວ ອ້າຍ​ນ້ອງ ແລະ ຍາມ​ໃດ​​ອ​ວ່າຍ​ໜ້າ​ເມືອ​ຫາ​ບ້ານ​ເກີດ​ເມືອງນອນ​ປະ​ເທດ​ຫວຽດ​ນາມ.

        ແລະ​ກໍໃນຕອນ​ຄ່ຳ​ວັນ​ທີ 25/01, ຢູ່ Alger, ຄະ​ນະ​ປະ​ຕິ​ບັດ​ງານ​ຂອງ​ສະ​ຖານ​ທູດ​ຫວຽດ​ນາມ ປະ​ຈຳ ​ອາ​ເຊ​ຣີ ໄດ້​ອວ​ຍ​ພອນ​ບັນ​ດາ​ພະ​ນັກ​ງານ, ນັກ​ວິ​ສາ​ວະ​ກອນ​ຂອງ​ບໍ​ລິ​ສັດ​ຮ່ວມ​​ທຸ​ລະ​ກິດ​ອ້າຍ​ແກັດ​ລະ​ຫວ່າງບໍລິ​ສັດ​ສຳ​ຫຼວດ ແລະ ຂຸດ​ຄົ້ນ​ນ້ຳ​ມັນ​ອາຍ​ແກັດ​ຫວຽດ​ນາມ, Sonatrach - ກຸ່ມບ​ໍ​ລິ​ສັດ​ພະ​ລັງ​ງານ​ແຫ່ງ​ຊາດ ອາ​ເຊ​ຣີ ແລະ PTTEP (ໄທ) ເນື່ອງ​ໃນ​ໂອ​ກາດ​ບຸ​ນ​ເຕັດ​ປີ​ລະ​ກາ 2017.

ຂ່າວ/ບົດ​ອື່ນ